ຂ່າວສານຫວຽດນາມລາຍງານວ່າ: ເຖິງວ່າເສດຖະກິດບໍ່ໄດ້ຫຼຸດພົ້ນຈາກໄພຊຸດໂຊມກໍຕາມ, ແຕ່ລາຍໄດ້ຈາກພາສີອາກອນຂອງ ລັດຖະບານເຢຍລະມັນໃນ 6 ເດືອນຕົ້ນປີນີ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ນີ້ຖືວ່າເປັນສັນຍານທີ່ດີສຳລັບພື້ນຖານເສດຖະກິດນຳໜ້າ ຂອງເອີຣົບ.
ຂ່າວລະບຸວ່າ: ນອກຈາກນັ້ນ, ຍັງມີປະມານ 20 ຕື້ເອີໂຣ ຂອງລາຍໄດ້ອື່ນໆເຊັ່ນ: ລາຍໄດ້ຈາກດອກເບ້ຍ, ຄ່າຜ່ານທາງ, ບັນດາການເຮັດທຸລະກຳດ້ານການເງິນ ແລະ ລາຍໄດ້ຈາກການຂາຍບັນດາການລົງທຶນ. ໃນຂະນະດຽວກັນ, ການໃຊ້ຈ່າຍຂອງລັດຖະບານກາງຫຼຸດລົງປະມານ 4%, ສ່ວນໃຫຍ່ມາຈາກອັດຕາດອກເບ້ຍຕ່ໍາ.
ຢ່າງໃດກໍຕາມ, ການຈ່າຍເງິນຂະໜາດໃຫຍ່ຂອງຜົນປະໂຫຍດຂອງພົນລະເມືອງ ແລະ ຜົນປະໂຫຍດປະກັນໄພບໍານານແມ່ນເຫດຜົນໜຶ່ງທີ່ເຮັດໃຫ້ງົບປະມານຂອງລັດຖະບານກາງຍັງຂາດດຸນ 23,6 ຕື້ເອີໂຣ ໃນທ້າຍເດືອນມິຖຸນາ, ເຖິງແມ່ນວ່າລາຍໄດ້ພາສີເພີ່ມຂຶ້ນ.
ນອກຈາກນັ້ນ, ຕາມບົດລາຍງານແລ້ວໃນ 6 ເດືອນຕົ້ນປີ, ລາຍຮັບຈາກພາສີອາກອນ ບັນລຸ 414 ຕື້ເອີໂຣ, ເພີ່ມຂຶ້ນ 3,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນເດືອນມິຖຸນາພຽງເດືອນດຽວ, ລາຍຮັບຈາກພາສີ ບັນລຸ 91,72 ຕື້ເອີໂຣ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຕາມບັນດານັກຊ່ຽວຊານ ແລະ ບັນດາສະຖາບັນຄົ້ນຄວ້າເສດຖະກິດຊັ້ນນຳຂອງເຢຍລະມັນ, ພື້ນຖານເສດຖະກິດຂອງປະເທດນີ້ຄາດວ່າຈະເຕີບໂຕໃນໄລຍະກາງຂອງທ້າຍປີນີ້.ສິ່ງດັ່ງກ່າວສາມາດນຳເອົາລາຍຮັບພາສີ ຂອງເຢຍລະມັນ ຂຶ້ນເປັນເກືອບ 864 ຕື້ເອີໂຣໃນປີນີ້.