ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າາງມໍ່ໆມານີ້ວ່າ: ຕາມການວາງແຜນລະອຽດຂອງກຸ່ມທ່າກຳປັ່ນ, ທ່າເຮືອ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ຄາດວ່າ, ຮອດປີ 2030 ຊຶ່ງກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ຍື່ນສະເໜີຕໍ່ລັດຖະບານ, ປະລິມານສິນຄ້າສົ່ງຜ່ານເຂດທ່າກຳປັ່ນຄາດວ່າຈະບັນລຸປະມານ 1,2 – 1,4 ຕື້ໂຕນ, ດ້ວຍປະລິມານສິນຄ້າຕູ້ຄອນເທັນເນີໄລ່ຕາມ Teu (ໜ່ວຍຕູ້ຄອນເທນເນີ) ຄາດວ່າປະມານ 26,3 – 54,34 ລ້ານ Teu. ກ່ຽວກັບຈຳນວນແຂກເດີນທາງຜ່ານທ່າກຳປັ່ນຮອດປີ 2030, ຈະບັນລຸແຕ່ 17 - ເກືອບ 19 ລ້ານເທື່ອຄົນ, ລວມທັງແຂກພາຍໃນ ແລະ ຕ່າງປະເທດ.
ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ໃຫ້ຮູ້ວ່າ: ກ່ຽວກັບການສ້າງແຜນການລະອຽດກຸ່ມທ່າກຳປັ່ນແມ່ນເພື່ອຫັນການວາງແຜນສັງລວມການພັດທະນາລະບົບທ່າກຳປັ່ນເປັນລະອຽດ, ເພື່ອມີພື້ນຖານໃນການຜັນຂະຫຍາຍການລົງທຶນ, ຂຸດຄົ້ນລະບົບທ່າກຳປັ່ນຢ່າງຄົບຊຸດ, ຕອບສະໜອງຄວາມຕ້ອງການສົ່ງອອກ - ນຳເຂົ້າສິນຄ້າຜ່ານທ່າກຳປັ່ນ ແລະ ມີກຳລັງແກ່ງແຍ່ງຢ່າງພຽງພໍກັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ.