ຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ (ປກຊ) ນໍາໂດຍສະຫາຍ ພົຕ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະໄດ້ລົງເຄື່ອນໄຫວກວດກາສະໜາມຝຶກຊ້ອມກອບກູ້ໄພ ພິບັດຢູ່ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນໃນວັນທີ 23 ກໍລະກົດຜ່ານມາ ເພື່ອວາງແຜນກໍານົດບັນດາຈຸດຝຶກຊ້ອມ, ສະຖານທີ່ພັກເຊົາ ແລະ ບ່ອນເຮັດວຽກ ເພື່ອຮັບປະກັນໃຫ້ແກ່ການຝຶກຊ້ອມຝ່າຍດຽວກ່ອນທີ່ຈະເດີນທາງໄປເຂົ້າຮ່ວມຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບກໍາປູເຈຍ-ລາວ-ຫວຽດນາມທີ່ຈະຈັດຂຶ້ນໃນລະຫວ່າງເດືອນພະຈິກ 2024 ທີ່ກອງທັບຣາຊະອານາຈັກກໍາປູເຈຍເປັນເຈົ້າພາບ.
ພາຍຫຼັງສໍາເລັດການລົງກວດກາສະໜາມຕົວຈິງແລ້ວ ຄະນະຊີ້ນໍາຍັງໄດ້ປຶກສາຫາລືກ່ຽວກັບຄວາມພ້ອມດ້ານຕ່າງໆຂອງແຕ່ລະພາກສ່ວນ, ຊຶ່ງເຫັນດີເປັນເອກະພາບໃນການກໍານົດຈຸດຕ່າງໆ ໃນນັ້ນສະໜາມຝຶກຊ້ອມປະກອບມີ ສະໜາມຫັດແອບຊອກຄົ້ນ-ກອບກູ້ຜູ້ປະສົບໄພທາງນໍ້າ, ທາງບົກ, ສະໜາມຫັດແອບການນໍາໃຊ້ໂດຣນບິນສໍາຫຼວດ ແລະ ຍົກ-ຢ່ອນເຄື່ອງກູ້ໄພ ແລະ ເຄື່ອງບັນເທົາທຸກໃຫ້ຜູ້ປະສົບໄພພິບັດທາງນໍ້າ ແລະ ສະຖານທີ່ຮັບປະກັນສະໜາມ ປະກອບມີ: ສະຖານທີ່ພັກເຊົາຂອງກໍາລັງຝຶກຊ້ອມ, ສະຖານທີ່ພາກສ່ວນເຮັດວຽກງານພະລາທິການ, ເຕັກນິກ ແລະ ສະຖານທີ່ຮັບປະກັນດ້ານຕ່າງໆ.
ໂອກາດນີ້, ສະຫາຍ ພົຕ ໄພວັນ ຈັນທະພົມມາ ຍັງໄດ້ຊີ້ນໍາໃຫ້ແຕ່ລະພາກສ່ວນ ຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈໃນຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ, ຮັບປະກັນໃຫ້ແກ່ການຝຶກຊ້ອມຝ່າຍດຽວ ກ່ອນຈະເຂົ້າຮ່ວມຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນລະຫວ່າງເດືອນພະຈິກທີ່ຈະມາເຖິງນີ້ ທີ່ກອງທັບຣາຊະອານາຈັກກໍາປູເຈຍເປັນເຈົ້າພາບ ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ຂ່າວ: ກອງທັບ