ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດຜ່ານມາ, ເວັບໄຊ Forbes Advisor ເປີດເຜີຍວ່າ: ສິງກະໂປ ໄດ້ຮັບການຈັດອັນດັບໃຫ້ເປັນເມືອງທີ່ມີຄວາມປອດໄພທີ່ສຸດໃນໂລກ ສຳລັບນັກທ່ອງທ່ຽວ, ໂດຍມີຄະແນນຄວາມສ່ຽງຈາກປັດໄຈຕ່າງໆຕໍ່າທີ່ສຸດໃນຜົນການສຶກສາຄັ້ງນີ້. ຂະນະທີ່ເມືອງກາຣາກັສ ຂອງເວເນຊູເອລາ ຄອງຕຳແໜ່ງເມືອງທີ່ມີຄວາມສ່ຽງສູງທີ່ສຸດ.
ການສຶກສາຄັ້ງນີ້ ໄດ້ວິເຄາະປັດໄຈຕ່າງໆເຊັ່ນ: ອາຊະຍາກຳ, ຄຸນນະພາບການເບິ່ງແຍງສຸຂະພາບ, ຄວາມສ່ຽງຈາກໄພພິບັດທາງທຳມະຊາດ ລວມເຖິງຄວາມສ່ຽງດ້ານຄວາມປອດໄພທາງໄຊເບີ ຊຶ່ງກຳນົດຄະແນນຄວາມປອດໄພຕັ້ງແຕ່ 0-100, ໂດຍເມືອງທີ່ປອດໄພທີ່ສຸດຈະມີຄະແນນຕໍ່າສຸດ ແລະ ສິງກະໂປໄດ້ 0 ຄະແນນ ຈາກການສຶກສາຄັ້ງນີ້ ຊຶ່ງສວນທາງກັບເມືອງກາຣາກັສ ທີ່ໄດ້ 100 ຄະແນນເຕັມ.
ເມື່ອພິຈາລະນາຈາກເມືອງທີ່ໄດ້ຮັບການວິເຄາະທັງໝົດ 60 ເມືອງ ສິງກະໂປ ເປັນເມືອງທີ່ມີຄວາມສ່ຽງຈາກໄພພິບັດທາງທຳມະຊາດຕໍ່າທີ່ສຸດ ແລະ ມີຄວາມສ່ຽງດ້ານສຸຂະພາບ, ໂຄງສ້າງພື້ນຖານຕໍ່າທີ່ສຸດເປັນອັນດັບທີ 2 ເຊັ່ນດຽວກັບຄວາມສ່ຽງດ້ານຄວາມປອດໄພທາງໄຊເບີ.
ສຳລັບ 10 ອັນດັບທຳອິດຂອງເມືອງທີ່ມີຄວາມປອດໄພທີ່ສຸດສຳລັນນັກທ່ອງທ່ຽວໄດ້ແກ່ 1. ສິງກະໂປ, 2. ໂຕກຽວ (ຍີ່ປຸ່ນ), 3. ໂຕຣອນໂຕ (ການາດາ), 4. ຊິດນີ (ອົສຕຣາລີ), 5. ຊູຣິກ (ສະວິດ), 6. ໂຄເປນເຮເກນ (ດານມາກ), 7. ເຊອູນ (ສ ເກົາຫຼີ), 8. ໂອຊາກ້າ (ຍີ່ປຸ່ນ), ເມລເບີນ (ອົສຕຣາລີ), 10. ອາມສະເຕີດາມ (ໂຮນລັງ).
ຂະນະດຽວກັນ ເມືອງກາຣາກັສ ຂອງເວເນຊູເອລາ ໄດ້ຮັບເລືອກໃຫ້ເປັນເມືອງທີ່ມີຄວາມສ່ຽງທີ່ສຸດຈາກປັດໄຈດ້ານຄວາມສ່ຽງດ້ານຄວາມໝັ້ນຄົງທາງສຸຂະພາບ ຊຶ່ງສະທ້ອນໃຫ້ເຫັນເຖິງຄຸນນະພາບ ແລະ ລະດັບຂອງການບໍລິການ ແລະ ໂຄງສ້າງພື້ນຖານດ້ານການເບິ່ງແຍງສຸຂະພາບ ຕະຫຼອດຈົນມີອັດຕາການເກີດອາຊະຍາກຳທີ່ສູງ ຈົນກະຊວງຕ່າງປະເທດກຳນົດໃຫ້ເປັນເມືອງທີ່ມີຄວາມອັນຕະລາຍສຳລັບນັກທ່ອງທ່ຽວ.