ກອງປະຊຸມທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ ເຂດພູພຽງບໍລະເວນ ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ), ມີທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງສາລະວັນ ຕາງໜ້າ 4 ແຂວງພາກໃຕ້ ລາຍງານການພັດທະນາກິດຈະກຳທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ປະຈຳປີ 2023 ແລະ ແຜນການປະຈໍາປີ 2024-2025, ຊຶ່ງ 4 ແຂວງພາກໃຕ້ຂອງລາວ ເປັນເຂດພູພຽງບໍລະເວນທີ່ກ້ວາງຂວາງ ມີສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ກະສິກໍາທີ່ໂດດເດັ່ນ, ມີຄວາມສະດວກໃນການຄົມມະນາຄົມເຂົ້າ-ອອກທາງອາກາດ, ທາງບົກ ແລະ ທາງນໍ້າ ເປັນຈຸດເຊື່ອມໂຍງກັບເຂດສາມຫຼ່ຽມພັດທະນາການທ່ອງທ່ຽວ (ກໍາປູເຈຍ-ລາວ-ຫຽດນາມ) ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ເສດຖະກິດ, ວັດທະນະທຳ-ສັງຄົມຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ສະຖານທີ່ທ່ອງທ່ຽວຫຼາຍແຫຼ່ງໄດ້ມີຊື່ສຽງລະດັບໂລກ, ປະເທດ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ວັດພູຈໍາປາສັກ (ມໍລະດົກໂລກ) ນໍ້າຕົກຕາດຄອນພະເພັງ, ມະຫານາທີສີພັນດອນ, ນໍ້າຕົກຕາດເຍືອງ, ນ້ຳຕົກຕາດຟານ, ທ່ອງທ່ຽວສວນກາເຟ, ນ້ຳຕົກຕາດເລາະ-ຕາດຮັງ, ຫໍໄຕປີດົກ, ອຸທິຍານພູຜາສຸກ, ວັດໜອງຈົວ, ນ້ຳຕົກຕາດແຝດ, ນ້ຳຕົກຕາດຫົວຄົນ, ທ່າແຕງຟາມຣີສອດ, ວັດພະເຈົ້າໄຊເສດຖາ, ວັດສະແຄະ, ນ້ຳຕົກຕາດແຊພະ, ນ້ຳຕົກຕາດແຊປອງໄລ, ເສັ້ນທາງທ່ອງທ່ຽວໂຮ່ຈິມິນ ແລະ ອື່ນໆ, ມີແຫຼ່ງທ່ອງທ່ຽວທີ່ໄດ້ຮັບການຮັບຮອງທັງໝົດ 470 ກວ່າແຫ່ງ, ໃນນັ້ນທໍາມະຊາດ 270 ກວ່າແຫ່ງ, ວັດທະນະທໍາ 270 ກວ່າແຫ່ງ, ປະຫວັດສາດ 100 ກວ່າແຫ່ງ ແລະ ກະສິກໍາ 4 ແຫ່ງ; ນອກນີ້, ຍັງມີໂຮງແຮມ 100 ກວ່າແຫ່ງ, ເຮືອນພັກ 300 ກວ່າແຫ່ງ, ລີສອດ 13 ແຫ່ງ, ຮ້ານອາຫານ 300 ກວ່າແຫ່ງ, ຮ້ານກິນດື່ມທົ່ວໄປ 300 ກວ່າແຫ່ງ, ຮ້ານບັນເທີງຄາລະໂອເກະ 38 ແຫ່ງ, ຈໍານວນນັກທ່ອງທ່ຽວທີ່ເຂົ້າມາ 4 ແຂວງພາກໃຕ້ໃນປີ 2023 ມີເຖິງ 6 ແສນກວ່າເທື່ອຄົນ, ໃນນີ້ນັກທ່ອງທ່ຽວພາຍໃນ 1 ແສນກວ່າເທື່ອຄົນ, ນັກທ່ອງທ່ຽວຊາຍແດນ 1 ແສນກວ່າເທື່ອຄົນ, ນັກທ່ອງທ່ຽວສາກົນ 2 ແສນກວ່າເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວ 65 ລ້ານກວ່າໂດລາ. ຜ່ານການຈັດຕັ້ງປະຕິບັດກິດ ຈະກຳທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ຕາມ 17 ໜ້າວຽກທີ່ໄດ້ກຳນົດໃນບົດບັນທຶກ ສະບັບເລກທີ 40 ລົງວັນທີ 19 ພຶດສະພາ 2023, ກ່ຽວກັບກອງປະຊຸມສ້າງຄວາມເຂັ້ມແຂງການທ່ອງທ່ຽວແຂວງເຊກອງ ເຊື່ອມຕໍ່ບັນດາແຂວງພາກໃຕ້ເຂດພູພຽງບໍລະເວນ ທີ່ເມືອງທ່າແຕງ ຄັ້ງວັນທີ 16-17 ກຸມພາ 2023 ເຫັນວ່າມີຜົນສຳເລັດຫຼາຍກວ່າ 80%.
ກອງປະຊຸມຍັງໄດ້ແລກປ່ຽນບົດຮຽນຫຼາຍດ້ານ ເປັນຕົ້ນການສໍາຫຼວດ, ຈັດສັນ-ກໍານົດຂອບເຂດ-ການອອກໃບ ຢັ້ງຢືນແຫຼ່ງທ່ອງທ່ຽວ ແລະ ການເຊື່ອມໂຍງການທ່ອງທ່ຽວກັບປະເທດໃກ້ຄຽງ ລວມທັງການເຊື່ອມໂຍງ 4 ແຂວງພາກໃຕ້ກັບບັນດາປະເທດໃກ້ຄຽງ, ຍົກໃຫ້ເຫັນນະໂຍບາຍສົ່ງເສີມການລົງທຶນ, ການຫັນເປັນທັນສະໄໝ ແລະ ການແກ້ໄຂບັນຫາທຸລະກິດໃນຂະແໜງການທ່ອງທ່ຽວ ແລະ ການກະກຽມດ້ານບຸກຄະລາກອນຮອງຮັບໃຫ້ແກ່ການທ່ອງທ່ຽວ, ການເຂົ້າເຖິງແຫຼ່ງທຶນໃນການພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ, ການອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງ, ການຄຸ້ມຄອງນັກທ່ອງທ່ຽວໃຫ້ເປັນເອກະພາບກັນ, ຮັບຟັງການລາຍງານຂອງພາກທຸລະກິດກ່ຽວກັບຂໍ້ສະດວກ, ຫຍຸ້ງຍາກ, ໂອກາດ, ສິ່ງທ້າທາຍ ແລະ ອື່ນໆ. ຂ່າວ-ພາບ: ລັດຕະນາ ແສງສຸວັນ