ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ລາວ ໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງວ່າການສູນກາງພັກ.
ໂອກາດນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມໃນການປະຕິບັດໜ້າທີ່ທາງການທູດ ຂອງສະຫາຍ ຫງວຽນ ບ໋າ ຮຸ່ງ ຕະຫຼອດໄລຍະ ທີ່ຜ່ານມາ ຊື່ງໄດ້ເຄື່ອນໄຫວຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ. ພ້ອມນີ້ ຍັງໄດ້ສະແດງຄວາມຂອບໃຈ ຜ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄປຍັງພັກ- ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ແລະ ສະໜັບສະໜູນ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອໃນການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ພ້ອມທັງອວຍພອນໃຫ້ ສະຫາຍ ຫງວຽນ ບ໋າ ຮຸ່ງ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດ ແລະ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອຕິດຕາມຊຸກຍູ້ ປະກອບສ່ວນເພີ່ມພູນຄູນສ້າງເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ ແລະ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ບ໋າ ຮຸ່ງ ໄດ້ສະແດງຄວາມຂອບໃຈມາຍັງ ພັກ ແລະ ລັດຖະບານ ກໍຄືປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອ ຕະຫຼອດໄລຍະເວລາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ໄດ້ກ້າວເຂົ້າສູ່ລວງເລິກ ຢ່າງມີປະສິດທິຜົນ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. (ຂ່າວ-ພາບ: ແສງຈັນ)