ໃນວັນທີ24ກໍລະກົດນີ້, ສະຫາຍຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ປະທານສະພາທິດສະດີສູນກາງພັກພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວເລຂາພັກແຂວງ, ເຈົ້າແຂວງສາລະວັນພ້ອມຄະນະທີ່ແຂວງສາລະວັນ.
ໂອກາດມາຢ້ຽມຢາມແລະເຮັດວຽກຄັ້ງນີ້ກໍເພື່ອເຜີຍແຜ່ບັນດານິຕິກໍາຕ່າງໆກ່ຽວກັບການກະກຽມສະເຫຼີມສະຫຼອງ3ວັນປະຫວັດສາດໃນປີ2025ເປັນຕົ້ນ: ວັນສ້າງຕັ້ງພັກຄົບຮອບ70ປີ, ວັນສະຖາປະນາສປປລາວຄົບຮອບ50ປີແລະວັນເກີດຂອງປະທານໄກສອນພົມວິຫານຄົບຮອບ105ປີໃຫ້ບັນດາທ່ານການນໍາຂອງແຂວງສາລະວັນຮັບຮູ້ແລະກໍາໄດ້ເພື່ອນໍາໄປຈັດຕັ້ງປະຕິບັດ, ເຜີຍແຜ່ແນະນໍາກ່ຽວກັບການກະກຽມຊຸກຍູ້ຕາມທ່າແຮງເງື່ອນໄຂຄວາມເໜາະສົມຂອງແຂວງ, ພ້ອມນີ້ຍັງໄດ້ແນະນໍາການກະກຽມຄັດເລືອກບຸກຄົນ, ນິຕິບຸກຄົນ, ກົມກອງຕົວແບບທີ່ເດັ່ນປະຈໍາແຂວງເພື່ອປະກອບຄໍາເຫັນເປັນຕົວແທນຈາກແຂວງຕໍ່ກອງປະຊຸມໃຫຍ່ຄັ້ງທີXII ຂອງພັກແລະຊຸກຍູ້ການກະກຽມກອງປະຊຸມໃຫ່ຍ3ຂັ້ນຂອງແຂວງສາລະວັນ; ໂອກາດດັ່ງກ່າວສະຫາຍນາງບຸນທະວີດວງລາສີຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກງານກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການຊີ້ນໍາ-ນໍາພາການຈັດຕັ້ງເຊື່ອມຊຶມແລະຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກສະໄໝທີXI; ແຜນພັດທະນາເສດຖະກິດ-ສັງຄົມ5ປີຄັ້ງທີIX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີX ຂອງອົງຄະນະພັກແຂວງສາລະວັນ; ການຈັດຕັ້ງປະຕິບັດ2ວາລະແຫ່ງຊາດແລະການກະກຽມກອງປະຊຸມໃຫຍ່3ຂັ້ນຂອງພັກຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານແລະຂອງແຂວງ; ໄລຍະຜ່ານມາແຂວງສາລະວັນໂດຍລວມທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ, ໄດ້ສຸມໃສ່ຈັດຕັ້ງເຊື່ອມຊຶມເອກະສານຕ່າງໆ, ຈັດຕັ້ງຮໍ່າຮຽນການເມືອງຫັດແອບສິລະປະຍຸດຍຸດທະວິທີສູ້ຮົບ, ປັບປຸງກອງຫຼອນ-ປກສສຸມໃສ່ແກ້ໄຂບັນຫາຢາເສບຕິດໂດຍສະເພາະແມ່ນບ້ານທີ່ມີຄວາມຫຍຸ້ງຍາກ-ຫຼໍ່ແຫຼມແລະບ້ານຊາຍແດນ, ຫັນກຳລັງປກຊ-ປກສຈຳນວນ406ສະຫາຍເຄື່ອນໄຫວເກັບກຳຂໍ້ມູນ-ຂຶ້ນບັນຊີເປົ້າໝາຍຜູ້ເສບ-ຜູ້ຄ້າຂາຍຕິດຕາມເປົ້າໝາຍຢ່າງໃກ້ຊິດແລະຈັບກຸມຜູ້ກະທຳຜິດຄຽງຄູ່ກັບການສຶກສາອົບຮົມໂຄສະນາເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍຮ້າຍແຮງຂອງຢາເສບຕິດ. ຜ່ານການຈັດຕັ້ງປະຕິບັດສາມາດກໍານົດເປົ້າໝາຍທີ່ພົວພັນຢາເສບຕິດໄດ້11.122ຄົນ, ມ້າງຄະດີຄ້າຂາຍຢາເສບຕິດໄດ້383ເລື່ອງ, ກັກຜູ້ຕ້ອງຫາໄດ້716ຄົນ, ຢຶດຢາບ້າໄດ້7ແສນກວ່າເມັດ, ເງິນສົດ90ລ້ານກີບແລະວັດຖຸອື່ນໆອີກຈໍານວນໜຶ່ງ; ໃນ6ເດືອນປີ2024: ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ51ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້128ຄົນ, ຍິງ7ຄົນ, ຂອງກາງຢາບ້າ211.523ເມັດແລະ8,41ກຣາມ, ຢາໄອ້ 5ຖົງນ້ອຍ, ໂທລະສັບ79ໜ່ວຍ, ລົດຈັກ35ຄັນ, ລົດໃຫຍ່3ຄັນ, ເງິນກີບ183.075.000ກີບ, ວັດຖຸຄ້າຍຄືຄໍາປະມານ12ບາດ, 1ສະຫຼຶງກັບ5ຫຸນ, ປືນ6ກະບອກ; ນອກຈາກນີ້ການພັດທະນາເສດຖະກິດ-ສັງຄົມໄດ້ສຸມໃສ່ຈັດຕັ້ງປະຕິບັດບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງແຂງແຮງເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢູ່ໃນລະດັບ5,1%ລວມຍອດຜະລິດຕະພັນພາຍໃນບັນລຸໄດ້26.710ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ850ໂດລາຫຼືເທົ່າກັບ14,4ລ້ານກີບຕໍ່ຄົນຕໍ່ປີ, ຍາດແຍ່ງດຶງດູດການລົງທຶນພາຍໃນແລະຕ່າງປະເທດເຫັນວ່າມີໜໍ່ແໜງໃໝ່ເກີດຂຶ້ນແລະກໍາລັງຟົດຟື້ນເປັນຕົ້ນແມ່ນໂຄງການພັດທະນາໄຟຟ້າພະລັງງານລົມ, ໄຟຟ້າແສງຕາເວັນ, ຖ່ານຫີນແລະແຮ່ທາດອື່ນໆ. ໂຄງການລົງທຶນກໍ່ສ້າງໂຮງງານຜະລິດ-ປຸງແຕ່ງແປ້ງມັນ, ຜະລິດຫົວອາຫານແລະປຸ໋ຍຊີວະພາບ, ການລົງທຶນທົ່ວສັງຄົມໄດ້5.613,08ຕື້ກີບເທົ່າກັບ64%ຂອງແຜນ5ປີໃນນັ້ນການລົງທຶນຂອງລັດ531,59ຕື້ກີບ, ທຶນຊ່ວຍເຫຼືອເພື່ອການພັດທະນາ469,21ຕື້ກີບ, ທຶນເອກະຊົນພາຍໃນ-ຕ່າງປະເທດ2.121,23ຕື້ກີບ, ທຶນຂອງທະນາຄານແລະພາກສ່ວນອື່ນໆ2.491,05ຕື້ກີບ; ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດບັນລຸໄດ້653,93ຕື້ກີບເທົ່າກັບ77,96%ຂອງແຜນການ5ປີໃນນັ້ນ: ລາຍຮັບສູນກາງປະຕິບັດຢູ່ແຂວງ209,18ຕື້ກີບເທົ່າກັບ73,75%ຂອງແຜນການ5ປີ, ລາຍຮັບທ້ອງຖິ່ນປະຕິບັດໄດ້444,75ຕື້ກີບເທົ່າກັບ80,11%ຂອງແຜນການ5ປີ. ດ້ານລາຍຈ່າຍສາມາດປະຕິບັດໄດ້1.340,54ຕື້ກີບ (ບໍ່ລວມລາຍຈ່າຍເງິນລົງທຶນ) ເທົ່າກັບ55,12%ຂອງແຜນການ5ປີ, ສຳລັບ6ເດືອນຕົ້ນປີ2024ປະຕິບັດໄດ້136ຕື້ກວ່າກີບເທົ່າກັບ66,30%ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າລື່ນແຜນການ24,63%. ຄາດວ່າໝົດປີຈະລື່ນແຜນຄືກັບປີ2023.
ໃນຕອນທ້າຍທ່ານຄຳພັນເຜີຍຍະວົງຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາໆພາຂອງຄະນະພັກຄະນໍາແຂວງສາລະວັນທີ່ໄດ້ເອົາໃຈໃສ່ຊຸກຍູ້ເຮັດໃຫ້ຫຼາຍຂົງເຂດວຽກງານປະຕິບັດສໍາເລັດຕາມແຜນການທີ່ວາງໄວ້ແລະໄດ້ເນັ້ນໃຫ້ຄະນະນໍາແຂວງສາລະວັນເອົາໃຈໃສ່ທິດຊີ້ນຳຕິດຕາມກວດກາຄັດເລືອກບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດແລະກົມກອງດີເດັ່ນຕົວແບບຂອງແຂວງໂດຍເນັ້ນໃສ່ຄຸນນະພາບເປັນບົດຮຽນແລະແບບຢ່າງໃນການດໍາລົງຊີວິດພ້ອມນີ້ການກະກຽນສະເຫຼີມສະຫຼອງ3 ວັນປະຫວັດສາດທີ່ສໍາຄັນກໍໄດ້ເນັ້ນໃຫ້ພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດແລະທັນກັບກໍານົດເວລາ, ເຮັດໃຫ້ມີຂະບວນການຟົດຟື້ນ, ມີບັນຍາກາດໂດຍຕິດພັນກັບກິດຈະກໍາທີ່ມີໃນຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ, ການສະເຫຼີມສະຫຼອງຕ້ອງບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ງົບປະມານຂອງແຂວງເອງ. (ພາບ-ຂ່າວ: ສ.ພະຈັນ)