ຫວຽດເຈັດ (VietJet) ແລະ Airbus ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ. ລວມມູນຄ່າທັງໝົດ 7,4 ຕື້ໂດລາ (164 ພັນຕື້ກີບ) ຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough ໃນປະເທດອັງກິດ ພິທີລົງນາມໃນສັນຍາດັ່ງກ່າວລະຫວ່າງ ທ່ານ Nguyen Thi Phuong Thao ປະທານບໍລິສັດສາຍການບິນ VietJet ແລະ ທ່ານ Christian Scherer ຄະນະບໍລິຫານສູງສຸດຂອງບໍລິສັດ Airbus Commercial Aircraft.
ການລົງນາມສັນຍາຄັ້ງນີ້ ສະແດງໃຫ້ເຫັນ ເຖິງການເປັນໜຶ່ງໃນຂໍ້ສະເໜີທີ່ໃຫຍ່ທີ່ສຸດໃນງານ Airshow ປີນີ້ ເຮືອບິນທີ່ສັ່ງມາໃໝ່ນີ້ ຈະຖືກນຳໃຊ້ເພື່ອບໍລິການ ການບິນ ໄລຍະການເດີນທາງໄກທີ່ເພີ່ມຂຶ້ນຂອງ VietJet ພ້ອມກັບເສັ້ນທາງທີ່ມີຄວາມຕ້ອງການສູງໃນພາກພື້ນ ຊຶ່ງ VietJet ຈະເອົາມາທົດແທນເຮືອບິນ A330-300 ເປັນເຮຶອບິນປັດຈຸບັນຂອງ VietJet ແລະ ສະໜັບສະໜູນແຜນຍຸດທະສາດຂອງສາຍການບິນໃນການຂະຫຍາຍເຄືອຂ່າຍຖ້ຽວບິນຂ້າມທະວີບ.
ທ່ານ Nguyen Thi Phuong Thao ກ່າວຄຳເຫັນໃນພິທີລົງນາມວ່າ: “ເຮືອບິນ A330neo ລຸ້ນໃໝ່ສາມາດເພີ່ມທະວີການພັດທະນາການບິນຂອງ VietJet ພ້ອມທັງຊຸກຍູ້ຄວາມສາມາດການດຳເນີນງານຂອງສາຍການບິນ ເພື່ອຊ່ວຍໃນການຂະຫຍາຍຕົວທົ່ວໂລກ ການນຳສະເໜີເຮືອບິນ A330neo ທີ່ທັນສະໄໝ ແລະ ປະຢັດນ້ຳມັນໃນບັນດາເຮືອບິນຂອງ VietJet ແມ່ນສ່ວນໜຶ່ງຂອງຍຸດທະສາດການພັດທະນາແບບຍືນຍົງ ແລະ ເປັນເປົ້າໝາຍ ESG ຂອງພວກເຮົາ ໂດຍມີເປົ້າໝາຍ ໄປທີ່ການປ່ອຍມົນລະພິດໃຫ້ເປັນສູນ (Net-Zero) ໃນປີ 2050 ຜູ້ໂດຍສານຈະໄດ້ຮັບຄວາມສະດວກສະບາຍໃນຖ້ຽວບິນການເດີນທາງໄກທີ່ປອດໄພ ແລະ ທັນສະໄໝກວ່າ ເຮືອບິນ Airbus ຈະຊ່ວຍໃຫ້ VietJet ມອບໂອກາດໃນການບິນທີ່ຄຸ້ມຄ່າໃຫ້ແກ່ຜູ້ໂດຍສານກວ່າ 200 ລ້ານຄົນ ໃນນັ້ນລວມມີຜູ້ທີ່ເດີນທາງຄັ້ງທຳອິດ ມີການເຊື່ອມໂຍງຕໍ່ປະຊາຊົນ, ປະເທດຊາດ, ທະວີບ, ສົ່ງເສີມການພັດທະນາເສດຖະກິດ ແລະ ການແລກປ່ຽນວັດທະນະທຳ.
ທ່ານ Benoît de Saint-Exupéry ຮອງປະທານຜູ້ບໍລິຫານຝ່າຍຂາຍ Airbus Commercial Aircraft ກ່າວວ່າ: ພວກເຮົາມີຄວາມຍິນດີທີ່ສໍາເລັດຄໍາສັ່ງຊື້ທີ່ສໍາຄັນນີ້ໃຫ້ກັບສາຍການບິນທີ່ເຕີບໂຕໄວທີ່ສຸດໃນອາຊີ ນີ້ແມ່ນຄະແນນສຽງອີກອັນໜຶ່ງຂອງຄວາມໝັ້ນໃຈຕໍ່ຜະລິດຕະພັນ Airbus widebody ລຸ້ນຫຼ້າສຸດ ມັນສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງ A330neo ສໍາລັບທຸກປະເພດຂອງຮູບແບບທຸລະກິດ ແລະ ເຄືອຂ່າຍຈາກເສັ້ນທາງພາຍໃນໄປເຖິງພາກພື້ນສູ່ເສັ້ນທາງໄລຍະໄກ ຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ ຍັງຊ່ວຍໃຫ້ VietJet ສາມາດສະໜອງປະສົບການການບິນທີ່ດີທີ່ສຸດໃຫ້ກັບຜູ້ໂດຍສານ ໂດຍສາມາດປັບຕົວເຂົ້າກັບແຕ່ລະຮູບແບບທຸລະກິດໄດ້ຢ່າງສົມບູນ ສິ່ງນີ້ຈະເປັນເວທີທີ່ສົມບູນແບບ ສຳລັບ VietJet Air ກັບຜູ້ໂດຍສານທີ່ຫຼາຍກວ່າເກົ່າ ໃນໄລຍະທາງທີ່ໄກຂຶ້ນ ແລະ ລາຄາທີ່ປະຢັດ ໃນຂະນະດຽວກັນ ຍັງຫຼຸດຜ່ອນການຊົມໃຊ້ນ້ຳມັນເຊື້ອໄຟ ແລະ ການປ່ອຍມົນລະພິດກາກບອນອີກດ້ວຍ. A330neo ມີຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ ທີ່ສ້າງມາດຕະຖານໃໝ່ໃນຄວາມສະດວກສະບາຍ ພື້ນທີ່ກວ້າງຂວາງ ແລະ ການອອກແບບ ພ້ອມຍັງໃຫ້ຜູ້ໂດຍສານມີປະສົບການການບິນທີ່ເປັນເອກະລັກບໍ່ຄືໃຜ ຊຶ່ງລວມມີລະບົບໄຟສາຍ
ໃໝ່ ບ່ອນເກັບກະເປົາເດີນທາງທີ່ໃຫຍ່ຂຶ້ນ ແລະ ການເຂົ້າເຖິງລະບົບການບັນເທີງ ແລະ ການເຊື່ອມຕໍ່ຫຼ້າສຸດໃນການບິນ ເຮືອບິນທີ່ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000 ລຸ້ນຫຼ້າສຸດ ເຮັດໃຫ້ A330-900 ສາມາດບິນໄດ້ 7.200 nm/ 13.300 ກິໂລແມັດແບບບໍ່ຢຸດ.
ດ້ວຍເຮືອບິນ 105 ລໍາ ແລະ ປະລິມານຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ VietJet ກຳລັງຕັ້ງໜ້າຂະຫຍາຍການບິນທິ່ຂ້າມທະວີບ ພັດທະນາເຮືອບິນໃໝ່ ແລະ ໃຫ້ທັນສະໄໝ ໂດຍຮ່ວມມືກັບຄູ່ຮ່ວມທີ່ມີຍຸດທະສາດລະດັບໂລກເຊັ່ນ: Airbus.
ເມື່ອບໍ່ດົນມານີ້ ບໍລິສັດ VietJet ໄດ້ປະກາດບົດບັນທຶກຄວາມເຂົ້າໃຈ (MOU) ກັບກະຊວງໂຍທາທິການ ແລະ ຂົນສົ່ງຂອງປະເທດລາວ ເພື່ອດຳເນີນຂະຫຍາຍຫຼາຍໂຄງການກ່ຽວກັບການບິນ ໃນນັ້ນມີການສ້າງຕັ້ງສູນສ້ອມແປງບຳລຸງຮັກສາ (MRO) ໃນປະເທດລາວ ໂຄງການເຫຼົ່ານີ້ ຄາດວ່າຈະສ້າງວຽກເຮັດງານທຳໃໝ່ໄດ້ເຖິງ 2.500 ຄົນໃນຂະແໜງການບິນຂອງປະເທດໃນອະນາຄົດ.
ສຳລັບນັກເດີນທາງຈາກປະເທດລາວ VietJet ໄດ້ເປີດເສັ້ນທາງໃໝ່ໃນຕົ້ນປີນີ້ ໂດຍເຊື່ອມຕໍ່ນະຄອນຫຼວງວຽງຈັນຫານະຄອນໂຮ່ຈິມິນ ຊຶ່ງເປັນນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ຖ້ຽວບິນເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ຈາກຈຸດເຊື່ອມຕໍ່ໃນປະເທດຫວຽດນາມນັກທ່ອງທ່ຽວຊາວລາວສາມາດເດີນທາງໄປເຖິງສະຖານທີ່ທ່ອທ່ຽວອື່ນໆໃນອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົສຕຣາລີ, ອິນເດຍ ແລະ ອື່ຶນໆ ຜ່ານເຄືອຂ່າຍການບິນຂອງ Vietjet.
(ຂ່າວ: ຕຸໄລເພັດ)