ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມ ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62 ປີ, ໃນວັນທີ 23 ກໍລະກົດ ຜ່ານມາ ທີ່ ສປສສ, ໃຫ້ກຽດປາຖະກະຖາໂດຍທ່ານ ຄູນ ຜາສຸກ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງ ພະນັກງານອອ້ມຂ້າງ ສປສສ ເຂົ້າຮ່ວມ.
ການປາຖະກະຖາໃນຄັ້ງນີ້ ທ່ານ ຄູນ ຜາສຸກ ໄດ້ຍົກໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ເປັນຕົ້ນແມ່ນ ຜົນງານການເຄື່ອນໄຫວປະຕິວັດ ຂອງປະທານ ສຸພານຸວົງ, ປະທານ ສຸພານຸວົງ ເປັນແບບຢ່າງທີ່ດີການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ.
ພ້ອມນັ້ນທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານ ລາວ-ຫວຽດນາມ, ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ , ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (1975 ເຖິງປັດຈຸບັນ) , 47 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ສຶບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ທັງໝົດນັ້ນກໍເພື່ອໃຫ້ພະນັກງານຂອງຕົນຮັບຮູ້ມູນເຊື້ອ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ຂອງປະທານ ສຸພານຸວົງ, ປະທານສຸພານຸວົງ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຢືນຍົງໃນດວງໃຈຂອງພວກເຮົາຕະຫຼອດໄປ ແລະ ຮັບຮູ້ມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານ ລາວ-ຫວຽດນາມ. (ຂ່່າວ-ພາບ: ສປສສ)