ກອງປະຊຸມເຜີຍແຜ່ຄຳແນະນຳກ່ຽວກັບການປະເມີນການໂຄສະນາເຜີຍແຜ່ກົດໝາຍ ຂອງຂະແໜງຍຸຕິທຳ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງວຽງຄຳ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ. ມີບັນດາ ທ່ານຮອງຫົວໜ້າກົມ ທີ່ມາຈາກກະຊວງຍຸຕິທຳ; ຮອງຫົວໜ້າພະແນກຍຸຕິທຳແຂວງ ແລະ ຄະນະຮັບຜິດຊອບປະເມີນການໂຄສະນາເຜີຍແຜ່ກົດໝາຍ ຂັ້ນແຂວງ ແລະ ຂັ້ນເມືອງ ຂອງແຂວງ ວຽງຈັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ແລະ ຄະນະຮັບຜິດຊອບທີ່ມາຈາກສູນກາງ ເຂົ້າຮ່ວມ .
ຈຸດປະສົງ ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບຈຸດປະສົງ, ຄາດໝາຍຂອງການປະເມີນຜົນການນໍາໃຊ້ແບບພິມປະເມີນ ແລະ ການນໍາຂໍ້ມູນເຂົ້າໃນລະບົບປະເມີນຜົນຄວາມຮັບຮູ້ດ້ານກົດໝາຍ ໃຫ້ແກ່ຄະນະຮັບຜິດຊອບປະເມີນການໂຄສະນາເຜີຍແຜ່ກົດໝາຍ ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃນທ້ອງຖິ່ນຕົນ ໃຫ້ມີປະສິດທິຜົນ ທັງຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ກໍໄດ້ຮັບຟັງການເຜີຍແຜ່ຄຳແນະນຳ ສະບັບເລກທີ 487/ກຍ, ລົງວັນທີ 10 ເມສາ 2024 ກ່ຽວກັບການປະເມີນການໂຄສະນາເຜີຍແຜ່ກົດໝາຍ ຂອງຂະແໜງຍຸຕິທໍາ; ແນະນໍາການນໍາໃຊ້ແບບພິມ ແລະ ວິທີການສຳພາດກຸ່ມເປົ້າໝາຍ; ແນະນຳແບບພິມສະຫຼຸບຜົນການປະເມີນ ແລະ ການນຳຂໍ້ມູນເຂົ້າໃນລະບົບປະເມີນຜົນຄວາມຮັບຮູ້ດ້ານກົດໝາຍ ພ້ອມທັງທົດລອງປ້ອນຂໍ້ມູນຕົວຈິງເຂົ້າໃນລະບົບ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບປະເມີນການໂຄສະນາເຜີຍແຜ່ກົດໝາຍ ຂັ້ນສູນກາງ ກໍໄດ້ໂຄສະນາເຜີຍແຜ່ກົດໝາຍຈຳນວນໜຶ່ງ ພ້ອມທັງ ປະເມີນຄວາມຮັບຮູ້ກົດໝາຍຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ ແລະ ພົນລະເມືອງ ທີ່ຢູ່ແຂວງວຽງຈັນ; ສ່ວນຄະນະຮັບຜິດຊອບປະເມີນການໂຄສະນາເຜີຍແຜ່ກົດໝາຍ ຂັ້ນເມືອງ ກໍໄດ້ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ແລະ ປະເມີນຄວາມຮັບຮູ້ກົດໝາຍຂອງພົນລະເມືອງ ທີ່ຢູ່ພາຍໃນເມືອງຂອງຕົນ.
ກອງປະຊຸມໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ໂຄງການ ລາວ/037.
(ຂ່າວ-ພາບ: ກະຊວງຍຸຕິທຳ.)