ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບຕີລາຄາການຊີ້ນຳ-ນຳພາວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂຶ້ນໃນວັນທີ 25 ກໍລະກົດນີ້ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜຶອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ, ຄະນະອຳນວຍການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຊົບ ໄຊຍະວົງ ຫົວໜ້າຫ້ອງການບໍລິຫານ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານບົດສະຫຼຸບ 6 ເດືອນຕົ້ນປີຜ່ານມາວ່າ: ຄະນະພັກ, ຄະນະອຳນວຍການໂຮງຮຽນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະມະຕິການນໍາພາຂອງ ຄະນະພັກໂຮງຮຽນໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ແນໃສ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ-ນັກຮົບວັດທະນະທໍາໃນທົ່ວໂຮງຮຽນໃຫ້ມີຄວາມຟົດຟື້ນແຂງແຮງ. ໃນນີ້ພົ້ນເດັ່ນໄດ້ຈັດຕັ້ງປາຖະກະຖາ ແລະ ເຊື່ອມຊຶມບັນດາເອກະສານມູນເຊື້ອມະຕິ ແລະ ກົດລະບຽບຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບໄດ້ 206 ຄັ້ງ; ຈັດຕັ້ງພະນັກງານ-ນັກຮົບທົ່ວໂຮງຮຽນຫັດແອບຮ້ອງເພງປະຕິວັດ 4 ບົດເພງ, ຫັດແອບຝິກຊ້ອມສິລະປະວັນນະຄະດີສະໝັກຫຼິ້ນຂອງໂຮງຮຽນເປັນປະຈຳ ພ້ອມທັງຂຽນຂ່າວສົ່ງໃຫ້ໜັງສືພິມ, ວິທະຍຸກອງທັບ 62 ບົດ, ຮູບພາບ 93 ຮູບ, ຮັບໜັງສືພິມແຈກຢາຍໃຫ້ແຕ່ລະພາກສ່ວນ 26 ຄັ້ງ ລວມ 650 ສະບັບ, ເປີດການຮຽນ-ການສອນໄດ້ທັງໝົດ 7 ເປົ້າໝາຍ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳຜາຍ ສະພັງເໜຶອ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກ, ຄະນະອຳນວຍການເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບໃຫ້ຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດກົດລະບຽບຂອງພັກ, ກົດໝາຍຂອງລັດໃຫ້ມີຄວາມເຂັ້ມງວດ ກໍຄືປະຕິບັດຕາມໜ້າທີ່ ຂໍ້ກຳນົດກົດລະບຽບຂອງໂຮງຮຽນວາງອອກໃຫ້ໄດ້ປະລິມານ ແລະ ຄຸນນະພາບ, ເພີ່ມທະ ວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບັນຊາ ແລະ ການສິດສອນ-ຮໍ່າຮຽນ, ປັບປຸງແບບແຜນການດໍາລົງຊີວິດພະນັກງານ-ນັກຮົບໃຫ້ມີຄວາມຖືກຕ້ອງ ສອດຄ່ອງກັບພຶດຕິກໍາຕົວຈິງຂອງກົມກອງ ກໍຄືຂອງໂຮງຮຽນວາງອອກໃຫ້ປະກົດຜົນເປັນຈິງ. ຂ່າວ: ສຸກສາຄອນ