ພິທີປິດຊຸດອົບຮົມວຽກງານວິຊາສະເພາະໃຫ້ພະນັກງານ-ນັກຮົບ ກອງບັນຊາການປ້ອງກັນຄວາມສະຫງົບ ( ປກສ ) ແຂວງເຊກອງ ໂດຍໄດ້ຮັບການສະໜັບສະໜູນຈາກກອງບັນຊາການ ປກສ ແຂວງກວາງນາມ ສສ ຫວຽດນາມໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດຜ່ານມາ ທີ່ສະໂມສອນ ປກສ ເມືອງລະມາມ ໂດຍມີທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ພົນຈັດຕະວາ ຫງວຽນ ດຶກ ຢຸງ ຫົວໜ້າກອງບັນຊາການ ປກສ ແຂວງກວາງນາມ, ທ່ານ ພັັນເອກ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນໂທ ເຈິ່ນ ງັອກ ຈາຍ ຮອງຫົວໜ້າຫ້ອງເສນາທິການໄດ້ລາຍງານໃຫ້ຮູ້ວ່າ: ຊຸດອົບຮົມຄັ້ງນີ້ ໄດ້ດໍາເນີນມາແຕ່ວັນທີ 2 ເມສາ 2024 ໂດຍມີສໍາມະນາກອນເຂົ້າຮ່ວມທັງໝົດ 50 ຄົນ ແລະ ໄດ້ຄົ້ນຄວ້າຮໍ່າຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນ 10 ຫົວຂໍ້ຄື: ບັນຫາພື້ນຖານໃນວຽກງານຕໍ່ສູ້, ສະກັດກັ້ນ ແລະ ຕ້ານບັນດາປະເພດອາຊະຍາກຳຢາເສບຕິດ ແລະ ສານຕັ້ງຕົ້ນຢາເສບຕິດ; ບາງປະສົບການໃນວຽກງານຄຸ້ມຄອງການເຂົ້າ-ອອກເມືອງ; ກົນອຸບາຍຂອງບັນດາອິດທິກຳລັງປໍລະປັກ, ປະຕິການຕໍ່ກັບການພົວພັນຫວຽດ-ລາວໃນໄລຍະປັດຈຸບັນ; ວຽກງານສະກັດກັ້ນ-ຕ້ານອັກຄີໄພ ແລະ ກູ້ໄພ; ວຽກງານສະກັດກັ້ນ ແລະ ບັນດາປະເພດອາຊະຍາກຳມີພາກສ່ວນຕ່າງປະເທດ; ວຽກງານຕໍ່ສູ້ຕ້ານປະຕິການ ແລະ ສະກັດກັ້ນຕ້ານການກໍ່ການຮ້າຍ; ບັນດາບັນຫາພື້ນຖານກ່ຽວກັບວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງພາຍໃນ; ວຽກງານຮັກສາຄວາມສະຫງົບຢູ່ຂົງເຂດການເງິນ, ເງິນຕາ ແລະ ການເຄື່ອນໄຫວລົງທຶນຂອງນັກທຸລະກິດຕ່າງປະເທດ; ບັນດາບັນຫາພື້ນຖານກ່ຽວກັບວຽກງານຮັກສາຄວາມສະຫງົບທາງໄຊເບີ ແລະ ສະກັດກັ້ນ ແລະ ຕ້ານອາຊະຍາກຳເຕັກໂນໂລຊີຂັ້ນສູງ ແລະ ບັນດາບັນຫາພື້ນຖານກ່ຽວກັບວິຊາສະເພາະວຽກງານເສນາທິການ, ວຽກງານຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານຍຸຕິທຳ ແລະ ປະຕິບັດຂໍ້ຕົກລົງສາກົນ. ຜ່ານການຄົ້ນຄວ້າຮໍ່າຮຽນສາມາດປະເມີນໄດ້ປະເພດດີເລີດ 12 ຄົນ, ປະເພດດີ 26 ຄົນ, ປະເພດພໍໃຊ້ 10 ຄົນ ແລະ ປະເພດກາງ 2 ຄົນ.
ໂອກາດນີ້, ທ່ານ ດົງເພັດ ພະຍົນ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ເປັນການຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະໃຫ້ພະນັກງານ-ນັກຮົບກອງບັນຊາການ ປກສ ແຂວງໃຫ້ສູງຂຶ້ນ ແນໃສ່ຮັບປະກັນເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດ, ມີປະສິດທິພາບ ແລະ ປະສິດທິຜົນສູງ ພ້ອມທັງເປັນການສ້າງພະ ນັກງານ-ນັກຮົບໃນກໍາລັງ ປກສ ແຂວງໃຫ້ມີລັກສະນະຕໍ່ເນື່ອງ ຕາມແຜນຍຸດທະສາດການພັດທະນາຊັບພະຍາ ກອນມະນຸດຂອງພັກ. ພ້ອມນີ້, ປະທານສະພາປະຊາຊົນແຂວງ ຍັງໄດ້ຕາງໜ້າການນໍາແຂວງສະແດງຄວາມຂອບໃຈມາຍັງກອງບັນຊາການ ປກສ ແຂວງກວາງນາມ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ແລະ ຮຽກຮ້ອງໃຫ້ນາຍ ແລະ ພົນຕຳຫຼວດທີ່ສໍາເລັດການຝຶກອົບຮົມຄັ້ງນີ້ ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ແລະ ນໍາເອົາບົດຮຽນທີ່ຕົນໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ. ຂ່າວ-ພາບ: ປກສ ແຂວງເຊກອງ