ທ່ານ ພຸດທະວົງ ລິມທອງ ຫົວໜ້າຫ້ອງການໆເງິນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 16 ສະໄໝທີ VII ເມື່ອບໍ່ດົນມານີ້ວ່າ: ໂດຍປະຕິບັດຕາມຕົວເລກ ແຜນແບ່ງປັນຈາກພະແນກການເງິນແຂວງທີ່ມອບໃຫ້ເມືອງແກ່ນທ້າວຈັດຕັ້ງປະຕິບັດໃນປີ 2024 ທັງໝົດ 7.405.82 ລ້ານກີບ. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 6.268.30 ລ້ານກີບ ເທົ່າກັບ 84,64% ຂອງແຜນການປີ. ໃນນັ້ນ, ສ່ວຍສາອາກອນແຜນ 7.280.48 ລ້ານກີບ ປະຕິບັດໄດ້ 6.204.68 ລ້ານກີບ ເທົ່າກັບ 85,22% ຂອງແຜນການປີ ແລະ ລາຍຮັບຈາກຊັບສິນແຜນ 125.00 ລ້ານກີບ ປະຕິບັດໄດ້ 63.62 ລ້ານກີບ ເທົ່າກັບ 50,90% ຂອງແຜນການປີ. ດ້ານລາຍຈ່າຍແຂວງຄຸ້ມຄອງ ແລະ ຈ່າຍຢູ່ຂັ້ນແຂວງ.
ທ່ານ ພຸດທະວົງ ລິມທອງ ກ່າວຕື່ມອີກວ່າ: ໃນ 6 ເດືອນທ້າຍປີ 2024 ຈະສຸມໃສ່ເກັບລາຍຮັບທີ່ຍັງຄ້າງ, ປຸກລະດົມຫົວໜ່ວຍທຸລະກິດທີ່ຍັງບໍ່ທັນໄດ້ມອບງົບປະມານ ແລະ ສໍາຫຼວດຖານລາຍຮັບຢູ່ພາຍໃນເມືອງ ຄາດຄະເນລາຍຮັບໝົດປີຈະໃຫ້ໄດ້ປະມານ 140% ຂອງແຜນການປີ. ຂ່າວ: ແກ່ນທ້າວ