ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ໂຕເລກການຄາດຄະເນລ່ວງໜ້າທີ່ເຜີຍແຜ່ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໃນວັນທີ 12 ກໍລະກົດ ຜ່ານມາ ລະບຸວ່າ: ເສດຖະກິດສິງກະໂປຂະຫຍາຍຕົວ 2,9 ເມື່ອທຽບເປັນປີຕໍ່ປີ ໃນໄຕມາດທີສອງ (ເດືອນເມສາ - ມິຖຸນາ) ຫຼັງຈາກຂະຫຍາຍຕົວ 3% ໃນໄຕມາດກ່ອນໜ້າ.
ຂະແໜງການກໍ່ສ້າງຂະຫຍາຍຕົວ 4,3% ເມື່ອທຽບເປັນປີຕໍ່ປີ ໃນໄຕມາດທີສອງ ເພີ່ມຈາກການເຕີບໂຕ 4,1% ໃນໄຕມາດກ່ອນໜ້າ.
ຂະແໜງການຜະລິດ ຂະຫຍາຍຕົວ 0,5% ເມື່ອທຽບເປັນປີຕໍ່ປີ ຕັ້ງແຕ່ເດືອນເມສາ - ມິຖຸນາ ຊຶ່ງປີ້ນກັບຈາກການຫຼຸດລົງ 1,7% ໃນໄຕມາດກ່ອນໜ້າ.
ຂະນະດຽວກັນ, ການເຕີບໂຕຂອງອຸດສາຫະກຳບໍລິການຫຼຸດລົງຈາກ 4,3% ໃນໄຕມາດທຳອິດ ຢູ່ທີ່ 3,3 ໃນໄຕມາດທີສອງ.