ທ່ານ ນາງຂັນທະລີ ອ່ອນໄຊວຽງ ວິຊາການຂະແໜງພະຍາດຍິງ (ຊ່ຽນຊານຂັ້ນ1) ໃຫ້ຄວາມຮູ້ ກ່ຽວກັ ການຮັກສາສຸຂະພາບ ຂອງແມ່ຍິງ ໃນພິທີບໍລິຈາກເລືອດທີ່ສູນການຄ້າ ລາວ-ໄອເຕັກມໍເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69ປີ ພາຍໃຕ້ຄໍາຂວັນ “69ປີມີໄຊ ໃຫ້ເລືອດ ໃຫ້ຊີວິດ”ວ່າ: ພາວະໝົດປະຈຳເດືອນຜູ້ຍິງຈະຖືວ່າໝົດປະຈຳເດືອນຖ້າຫາກວ່າບໍ່ມີປະຈໍາເດືອນ ເຖິງ 12ເດືອນ ແລະຕາມປົກກະຕິແລ້ວ ຈະຢູ່ໃນເກນອາຍຸ 50ປີ ແລະສະເລ່ຍອາຍຸຍືນເຖິງ80ປີໃນປະເທດທີ່ຈະເລີນ.
ພາວະໝົດປະຈຳເດືອນໝາຍເຖິງການໝົດສະມັດຕະພາບຂອງຮັງໄຂ່ທີ່ຈະບໍ່ສາມາດຜະລິດໄຂ່ຕໍ່ໄປໄດ້ອີກ. ຂະບວນການໝົດປະຈໍາເດືອນຈະໃຊ້ເວລາຫຼາຍປີ, ສາມາດເລີ່ມຕົ້ນແຕ່ອາຍຸ 30-35ປີ ແລະ ຈະໜັກຂຶ້ນເວລາອາຍຸເຂົ້າໃກ້ 40ປີ ແລະຈະແຍກເປັນ 2ໄລຍະຄື:ໄລຍະກຽມໝົດປະຈຳເດືອນ ເລີ່ມຕົ້ນເວລາທີ່ມີສັນຍານຂອງອາການຜູ້ຍິງໝົດປະຈໍາເດືອນລະດັບຮໍໂມນໃນເລືອດບໍ່ດຸ່ນດຽ່ງມີບາດສູງບາດຕໍ່າ, ພາໃຫ້ມີ ອາການອອກຮ້ອນແລະອື່ນໆ. ໄລຍະນີ້ສາມາດແກ່ຍາວເຖິງ 4-5ປີ ແລະ ໄລຍະໝົດປະຈຳເດືອນ ຫາກຂາດປະຈຳເດືອນເຖິງ 12ເດືອນແລ້ວຖືວ່າທ່ານໝົດປະຈໍາເດືອນແທ້. ຮັງໄຂ່ຜະລິດຮໍໂມນແອຊໂທລເຢັນຕໍ ແລະ ບໍ່ມີໂບຣເຢຊເຕເລີຍ.ສ່ວນໄລຍະຫຼັງໝົດປະຈຳເດືອນພາວະການໝົດປະຈຳເດືອນບໍ່ແມ່ນພະຍາດ ແລະ ມີການປິ່ນປົວພຽງພ້ອມໃຫ້ແຕ່ລະກໍລະນີ.
ອາການຂ້າງຄຽງຫຼັງໝົດປະຈຳເດືອນ: ໄລຍະກຽມໝົດປະຈຳເດືອນ ຮອບປະຈໍາເດືອນບໍ່ສະເໝີດີ ແລະ ເປັນຄ່ອຍຫຼືແຮງ ອາການເລືອດອອກທາງຊ່ອງນອກປະຈໍາເດືອນ ຮອບປະຈໍາເດືອນຍາວກວ່າເກົ່າ, ນໍ້າໜັກເພີ່ມ 60% ແລະ ອາການເຈັບຫົວດິບໄລຍະໝົດປະຈຳເດືອນ ອາການອອກຮ້ອນ 55% ແລະມີເທື່ອອອກຮ້ອນຕອນກາງຄືນ, ອາການອິດເມື່ອຍ 43% ແລະເປັນວິນ, ອາການຊຶມເສົ້າ 30%, ອາການນອນລັບຍາກ 32%; ບັນດາອາການຂ້າງຄຽງຈະມີອາການສົມທົບເຊັ່ນ: ອາການລະບົບໝູນວຽນແລະເຈັບຫົວດິບ ແລະ ເຈັບນົມ14% ບໍ່ມີອາການສະແດງ72% ຖືວ່າເປັນອັນດີເພາະຈະບໍ່ສ່ຽງຕໍ່ການຖືພາອີກ.
ບັນດາປັດໃຈສ່ຽງ:ພາວະໝົດປະຈຳເດືອນເປັນຂະບວນການທາງສະລີລະທຳມະຊາດ,ແຕ່ການປິ່ນປົວຈະດ້ວຍຢາ ຫຼືການຜ່າຕັດ. ການຜ່າຕັດມົດລູກອອກ ແລະ ການຜ່າຕັດເອົາຮັງໄຂ່ອອກ ສາມາດໃຫ້ເກີດອາການຂາດຮໍໂມນ, ອາການອອກຮ້ອນ ແລະອື່ນໆ; ການໃຊ້ຢາເຄມີແລະສາຍແສງປິ່ນປົວມະເຮັງສາມາດພາໃຫ້ເກີດອາການຂາດປະຈໍາເດືອນ, ອາການອອກຮ້ອນ ແລະອື່ນໆໃນໄລຍະປິ່ນປົວ, ມີກໍລະນີມີພາວະໝົດປະຈຳເດືອນໄວເກີນໄປ ໃນປະມານ 1% ຂອງແມ່ຍິງກ່ອນ ອາຍຸ 40ປີ.
ອາການສົນຂອງພາວະໝົດປະຈຳເດືອນອາການອອກຮ້ອນເປັນສາເຫດຕົ້ນຕໍຂອງການມາກວດພະຍາດ.ການອອກຮ້ອນສ່ວນຫຼາຍກາງຄືນຈະເລີ່ມແຕ່ໜ້າເອິກຂຶ້ນໄປຫາຫົວ.ເຫື່ອອອກຫຼາຍຕ້ອງໄດ້ແກ້ເຄື່ອງອອກແຕ່ຄາວດຽວກໍມີຄວາມຮູ້ສຶກວ່າໜາວຕ້ອງໄດ້ນຸ່ງເຄື່ອງຢ່າງໄວ.
ອາການປະສາດ:ອາການມຶນຕີນ-ມື, ງຸດງິດ,ລະບົບລະລາຍປັ່ນປວ່ນ, ເຈັບຫົວດິບ ແລະມີອາການຊຶມເສົ້າ, ອະໄວຍະວະສືບພັນຫ່ຽວແຫ້ງພາໃຫມີອາການເນື້ອເຫຍື່ອແຫ້ງແລະອາການຄັນ. ຊ່ອງຄອດຫ່ຽວແຫ້ງພາໃຫ້ມີອາການເຈັບເວລາຮ່ວມແພດ.ມີຜົນກະທົບລະບົບຖ່າຍເທພາໃຫ້ມີອາການອັກເສບພົກຍ່ຽວ.ການປິ່ນປົວຈະໃຊ້ຮໍໂມນເອຊໂທລເຢັນ, ອາການເລືອດອອກທາງຊ່ອງນອກປະຈໍາເດືອນ ເປັນອາການສັນຍານເຖິງການສ່ຽງເປັນມະເຮັງປາກມົດລູກ, ເຫຍື່ອມົດລູກປົ່ງໜາ,ຕອ້ງບົ່ງມະຕິຈຳແນກດ້ວຍລະບົບຄື້ນສຽງແລະທາງດ້ານກາຍະວິພາກພະຍາດແລະ curettage biopsique
ພາວະກະດູກຜຸມີອາການເຈັບປວດຂໍ້ກະດູກ, ພາໃຫ້ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວໄປມາກະດູກສັນຫຼັງຫຍຸບ ຫຼື ກະດູກຫັກ. ສາມາດວັດແທກຄວາມແໜ້ນໜາຂອງກະດູກ, ວັດແທກການເຊື່ອມຂອງກະດູກ, ເສັ້ນເລືອດເຊື່ອມ. ຜູ້ຍິງອາຍຸເກີນ 50ປີ ອາການສົນຫົວໃຈວາຍຈະຫຼາຍ ຍ້ອນທາດໄຂມັນສູງຂຶ້ນໃນເລືອດ, ເນື້ອເຫຍື່ອຜິວໜັງປຽ່ນແປງ, ຜິວໜັງບາງເຂົ້າ, ບໍ່ມີການຫົດຢືດແລ້ວແລະກໍຫ່ຽວ, ຜົມກໍລົ່ນໄປພ້ອມໆກັບການປິ່ນປົວອາໄສຢາ Bepanthene, Vitamine H, Acide Amine
ບັນຫາດ້ານສຸຂະພາບຈິດ 43% ຈະສະແດງອາການອິດເມື່ອຍ 30% ຈະມີອາການຊຶມເສົ້າ, 32% ຈະນອນລັບຍາກ, ບັນຫາໃນເວລາມີເພດສຳພັນຍ້ອນຂາດນໍ້າເມືອກຫຼໍ່ລື່ນ, ສາມາດແກ້ໄຂດ້ວຍການໃຊ້ ເຈລໃນຊ່ອງຄອດ, ຄວາມຕອ້ງການທາງເພດລຸດລົງ.
ການປິ່ນປົວອາການສົນຂອງການໝົດປະຈຳເດືອນ: ອາການອອກຮ້ອນ ອາການຂາດຮໍໂມນ, ໃຫ້ຮໍໂມນ ກິນ, ທາ ຫຼື ໃຫ້ວິຕາມິນລວມ ແລະຢາລະຫງັບອະໄວຍະວະສືບພັນຫ່ຽວແຫ້ງ, ໃຫ້ຮໍໂມນ ກິນ,ທາ ຫຼືສອດເຂົ້າຊ່ອງຄອດອາການເລືອດອອກທາງຊ່ອງຄອດປະຈຳເດືອນ: ຕອ້ງບົ່ງມະຕິຈຳແນກພະຍາດມະເຮັງປາກມົດລູກ (ປິ່ນປົວມະເຮັງ),ເຫຍື່ອມົດລູກປົ່ງໜາ (ໃຫ້ Progestagenesກິນ ຫຼື ທາ), ພາວະກະດູກພຸນ(osteoporose):ໃຫ້ຢາແກ້ປວດ ແລະ ຢາເສີມໂຄງຮ່າງກະດູກ (Vitamine Calcium, Omega3, Glucosamine)ເສັ້ນເລືອດເຊື່ອມ, ເນື້ອເຫຍື່ອຜີວໜັງປ່ຽນແປງ: ປັບປຸງດ້ານໂພສະນາການ, ຢາລົດໄຂມັນ, ຮໍໂມນບັນຫາດ້ານສຸຂະພາບຈິດ: ໃຫ້ຄໍາປຶກສາ, ເພດສຶກສານໍາຊຽ່ວຊານ ຢາລະຫງັບບາດ.(ຮຽບຮຽງ: ແສງຈັນ)