ຂ່າວສານຫວຽດນາມລາຍງານວ່າ: ອຸດສາຫະກຳການທ່ອງທ່ຽວຂອງ ຍີ່ປຸ່ນ ພວມຢູ່ໃນເສັ້ນທາງກ້າວໄປສູ່ການຟື້ນຟູຢ່າງແຂງແຮງນັບແຕ່ປະເທດໄດ້ຍົກເລີກຂໍ້ຈຳກັດການເຂົ້າເມືອງຢ່າງສິ້ນເຊີງ ພາຍຫຼັງພະຍາດລະບາດ ໂຄວິດ-19.
ຂ່າວລະບຸວ່າ: ຈຳນວນນັກທ່ອງທ່ຽວສາກົນທີ່ໄປທ່ຽວຢູ່ ຍີ່ປຸ່ນ ໃນເດືອນມີນາ ປີ 2024 ໄດ້ລື່ນກາຍ 3 ລ້ານເທື່ອຄົນຕໍ່ເດືອນ ແລະ ການໃຊ້ຈ່າຍຂອງນັກທ່ອງທ່ຽວໃນໄລຍະ ເດືອນມັງກອນ ຫາ ເດືອນມີນາ ຍັງສູງເປັນລະດັບສະຖິຕິ. ຢ່າງໃດກໍຕາມ, ໃນເວລາດຽວກັນຍີ່ປຸ່ນພວມປະເຊີນກັບຄວາມແອອັດໃນສູນກາງການທ່ອງທ່ຽວທີ່ມີຊື່ສຽງ ແລະ ກຳລັງຕ້ອງການວິທີການເພື່ອຈັດສັນຈຳນວນນັກທ່ອງທ່ຽວຕ່າງປະເທດໄປສູ່ທ້ອງຖິ່ນອື່ນໆ.
ຈຳນວນນັກທ່ອງທ່ຽວສາກົນທີ່ມາທ່ອງທ່ຽວ ຍີ່ປຸ່ນ ໄດ້ບັນລຸ 25,07 ລ້ານເທື່ອຄົນໃນປີ 2023 ເທົ່າກັບປະມານ 80% ເມື່ອທຽບໃສ່ປີ 2019, ການບໍລິໂພກໄດ້ຟື້ນຕົວເປັນ 5.000 ຕື້ເຢນ (31,7 ລ້ານໂດລາ).
ທ່ານ ຟູມິໂອະ ກິຊິດະ ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່າວໃນກອງປະຊຸມລັດຖະມົນຕີສົ່ງເສີມການທ່ອງທ່ຽວແຫ່ງຊາດ ໃຫ້ຮູ້ວ່າ: ຕ້ອງເລັ່ງລັດສ້າງເຂດທ່ອງທ່ຽວແບບຍືນຍົງ ໂດຍການດຸ່ນດ່ຽງຈຳນວນນັກທ່ອງທ່ຽວຕ່າງປະເທດລະຫວ່າງເຂດຕົວເມືອງກັບຊົນນະບົດ.
ລັດຖະບານຍີ່ປຸ່ນ ໄດ້ເລືອກສະຖາທີ່ 20 ແຫ່ງ ເປັນເຂດບຸກເບີກເພື່ອທົດສອບບັນດາມາດຕະການຮັບມືກັບການດຶງດູດນັກທ່ອງທ່ຽວຕ່າງປະເທດລົ້ນເມືອງ, ລັດຖະບານຈະໜູນຊ່ວຍ 2/3 ຂອງຄ່າດຳເນີນງານສູງສຸດເຖິງ 80 ລ້ານເຢນ (500.000 ໂດລາ).