ຂ່າວຕ່າງປະເທດລາຍງານ, ອົງການອະນາໄມໂລກ (WHO) ເປີດເຜີຍໃນທ້າຍອາທິດຜ່ານມາວ່າ: ພະຍາດໂຄວິດ-19 ຍັງຄົງເຮັດໃຫ້ຜູ້ຄົນເສຍຊີວິດປະມານ 1.700 ຄົນຕໍ່ອາທິດທົ່ວໂລກ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນກຸ່ມສ່ຽງເຂົ້າຮັບວັກຊິນປ້ອງກັນໂຣກນີ້ຢ່າງຕໍ່ເນື່ອງ.
ທ່ານ ດຣ. ທີໂດສ ອັດຮານອມ ກີບຣີເຍຊຸສ ຜູ້ອຳນວຍການໃຫຍ່ຂອງ WHO ໄດ້ອອກມາເຕືອນເຖິງການທີ່ປະຊາຊົນສີດວັກຊິນປ້ອງກັນພະຍາດໂຄວິດ-19 ນ້ອຍລົງ.
ທ່ານ ດຣ. ທີໂດສ ອັດຮານອມ ກີບຣີເຍຊຸສ ລະບຸໃນການຖະແຫຼງຂ່າວວ່າ: ເຖິງແມ່ນວ່າມີຈຳນວນຜູ້ເສຍຊີວິດຢ່າງຕໍ່ເນື່ອງ ແຕ່ຂໍ້ມູນສະແດງໃຫ້ເຫັນວ່າ ການສີດວັກຊິນຫຼຸດລົງໃນກຸ່ມບຸກຄະລາກອນທາງການແພດ ແລະ ຜູ້ທີ່ມີອາຍຸຫຼາຍກວ່າ 60 ປີຂຶ້ນໄປ ຊຶ່ງເປັນສອງກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ.
WHO ແນະນຳໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງສູງສຸດເຂົ້າຮັບວັກຊິນປ້ອງກັນໂຄວິດ-19 ພາຍໃນ 12 ເດືອນ ຫຼັງຈາກທີ່ໄດ້ຮັບວັກຊິນໂດສສຸດທ້າຍ.
ທັງນີ້, WHO ໄດ້ຮັບລາຍງານຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍກວ່າ 7 ລ້ານຄົນ, ເຖິງແມ່ນວ່າໃນຄວາມເປັນຈິງແລ້ວຄາດວ່າຈຳນວນຜູ້ເສຍຊີວິດຈາກພະຍາດດັ່ງກ່າວຈະສູງກວ່ານີ້ຫຼາຍກໍຕາມ.