ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວຊິ້ແຈ້ງຕໍ່ສັງຄົມ ຊາບທົ່ວເຖິງກັນວ່າ: ຈາກຄວາມຕື່ນຕົວຂອງສັງຄົມທີ່ພໍ່ຄ້າ-ຊາວຂາຍ ໄດ້ຊຸກຍູ້ການນໍາໃຊ້ເງິນກີບຢ່າງກ້ວາງຂວາງຊຶ່ງເປັນໜ້າຍ້ອງຍໍສັນລະເສີນ ແລະ ໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ. ເຖິງຢ່າງໃດກໍຕາມໄດ້ມີບາງທັດສະນະຜ່ານສື່ສັງຄົມອອນລາຍນໍາສະເໜີວ່າ: ເປັນການເອົາປຽບລູກຄ້າ, ນັກທ່ອງທ່ຽວ, ກຳນົດອັດຕາແລກປ່ຽນທີ່ຕໍ່າກວ່າຄວາມເປັນຈິງ, ຫ້າມ ຫຼື ແບນເງິນຕາຕ່າງປະເທດ ແລະ ອື່ນໆ. ຕໍ່ທັດສະນະດັ່ງກ່າວ, ໃນນາມທະນາຄານແຫ່ງ ສປປ ລາວ (ທຫລ) ມີໜ້າທີ່ຄຸ້ມຄອງເງິນຕາຕ່າງປະເທດ ຂໍຊີ້ແຈງເພີ່ມເຕີມໃຫ້ບັນດາທ່ານຮັບຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງວ່າ: ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ທີ່ມີຜົນບັງຄັບໃຊ້ ໃນເດືອນກໍລະກົດ ປີ 2022 ໄດ້ກໍານົດຄື:
1. ເງິນກີບເທົ່ານັ້ນທີ່ເປັນສື່ກາງໃນການຊໍາລະ, ຮັບຊໍາລະທີ່ຖືກຕອ້ງຕາມກົດໝາຍ, ທຸກການຕິດປະກາດລາຄາສິນຄ້າ, ຊໍາລະ-ຮັບຊໍາລະຄ່າສິນຄ້າ ແລະ ການບໍລິການພາຍໃນ ສປປ ລາວ ຈະຕ້ອງເປັນເງິນກີບ.
2. ການແລກປ່ຽນເງິນຕາຕ່າງປະເທດ ຕ້ອງດຳເນີນຜ່ານທະນາຄານທຸລະກິດ ແລະ ໜ່ວຍບໍລິການຂອງທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ.
3. ການກຳນົດອັດຕາແລກປ່ຽນ ແມ່ນທະນາຄານທຸລະກິດເປັນຜູ້ກຳນົດພຽງຜູ້ດຽວ, ການກຳນົດລາຄາຄ່າສິນຄ້າ ແລະ ການບໍລິການ ຕ້ອງອີງໃສ່ອັດຕາແລກປ່ຽນຂອງທະນາຄານ ຈຶ່ງຖືວ່າຖືກຕ້ອງຕາມກົດໝາຍ.
4. ບຸກຄົນ,ນິຕິບຸກຄົນ, ການຈັດຕັ້ງສາມາດຄອບຄອງເງິນຕາຕ່າງປະເທດ, ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ແລະ ດຳເນີນທຸລະກໍາເງິນຕາຕ່າງປະເທດ ໃຫ້ຖືກຕ້ອງກັບຈຸດປະສົງ ແລະເປົ້າໝາຍທີ່ລະບຽບການກຳນົດ.
ສໍາລັບຄວາມຕື່ນຕົວຂອງສັງຄົມໃນການສົ່ງເສີມການນໍາໃຊ້ເງິນກີບໃນໄລຍະຜ່ານມາຂໍໃຫ້ບັນດາທ່ານມີຄວາມເຂົ້າໃຈໃຫ້ຖືກຕ້ອງ, ບໍ່ຄວນຖືເປັນປະເດັນ ທີ່ຈະສ້າງຄວາມສັບສົນ ແລະ ເຂົ້າໃຈຜິດກັນ. ນັ້ນເປັນພຽງການສະແດງອອກດ້ວຍຄວາມສະໝັກໃຈຂອງສັງຄົມ ທີ່ຢາກຊ່ວຍກັນນໍາໃຊ້ເງິນກີບເຂົ້າໃນການຊໍາລະຢູ່ພາຍໃນ, ຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດທີ່ມີຄວາມຊິນເຄີຍນໍາໃຊ້ກັນຢ່າງຊະຊາຍ ເພື່ອຫຼຸດຜ່ອນຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນ, ເງິນເຟີ້ ແລະ ຕ້ອງການໃຫ້ຜູ້ມີເງິນຕາຕ່າງປະເທດ ບໍ່ວ່າຈະເປັນຄົນລາວ ແລະ ຄົນຕ່າງປະເທດ ໄປແລກປ່ຽນນໍາທະນາຄານ ເອົາເງິນກີບກ່ອນຈະໃຊ້ຈະຈ່າຍຢູ່ພາຍໃນ ໃຫ້ຖືກຕ້ອງຕາມກົດໝາຍຄືກັບປະເທດອື່ນໆທີ່ປະຕິບັດ. ທຸກສະກຸນເງິນຕາຂອງແຕ່ລະປະເທດ ກໍລ້ວນແລ້ວແຕ່ມີຄວາມໝາຍ, ມີຄຸນຄ່າ ແລະ ນໍາໃຊ້ໃຫ້ຖືກຕ້ອງກັບຈຸດປະສົງ ແລະ ເປົ້າໝາຍ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດໄວ້. ໃນອະນາຄົດອັນໃກ້ນີ້ ທະນາຄານແຫ່ງ ສປປ ລາວ ຈະອອກຂໍ້ຕົກລົງ ແລະ ຄຳແນະນໍາລະອຽດໃນການຊໍາລະຄ່າສິນຄ້າ, ຄ່າບໍລິການ ແລະ ຊໍາລະໜີ້ສິນຢູ່ ສປປ ລາວ ວ່າຄວນປະຕິບັດແບບໃດ ຈຶ່ງສອດຄ່ອງເໝາະສົມເປັນອັນລະອຽດຕື່ມ.
ດັ່ງນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງຮຽກຮ້ອງມາຍັງບັນດາທ່ານຈົ່ງໃຫ້ການຮ່ວມມື ສົ່ງເສີມການນໍາໃຊ້ເງິນກີບໃນການຊໍາລະພາຍໃນ ດັ່ງຄໍາຂັວນ: “ຢູ່ເມືອງລາວ ໃຊ້ແຕ່ເງິນກີບ”, ກໍານົດອັດຕາແລກປ່ຽນໃຫ້ຖືກຕ້ອງ ແລະ ແລກປ່ຽນເງິນຕາກັບທະນາຄານ ກ່ອນຈະໃຊ້ຈ່າຍ ເພື່ອຈັດຕັ້ງປະຕິບັດນິຕິກໍາຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ.
ຫວັງຢ່າງຍີ່ງວ່າ ບັນດາທ່ານ ຈະຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບສູງຕາມການຊີ້ແຈງໃນຄັ້ງນີ້ດ້ວຍ.ພິທີຖະແຫຼງຂ່າວ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ ນີ້ ທີ່ ທຫລ.
(ຂ່າວ-ພາບ:ທຫລ)