ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ກໍລະກົດ ຜ່ານມາວ່າ: ເດືອນມັງກອນ - ມິຖຸນາ ປີ 2024 ອຸນຫະພູມພື້ນຜີວຂອງໂລກສູງກວ່າຄ່າສະເລ່ຍຂອງອຸນຫະພູມໃນສະຕະວັດທີ 20 ເຖິງ 1,29 ອົງສາ ເຮັດໃຫ້ຫົກເດືອນທຳອິດຂອງປີນີ້ກາຍເປັນໄລຍະເວລາຫົກເດືອນທຳອິດຂອງປີທີ່ໂລກຂອງພວກເຮົາມີອາກາດອົບອຸ່ນທີ່ສຸດທີ່ບໍ່ເຄີຍມີມາກ່ອນ.
ລາຍງານສະບັບໃໝ່ທີ່ເຜີຍແຜ່ໂດຍອົງການບໍລິຫານມະຫາສະໝຸດ ແລະ ຊັ້ນບັນຍາກາດແຫ່ງຊາດສະຫະລັດອາເມຣິກາ (NOAA) ໃນວັນທີ 12 ກໍລະກົດ ຜ່ານມາ ຊີ້ໃຫ້ເຫັນວ່າ: ອຸນຫະພູມພື້ນຜີວໂລກໃນເດືອນມິຖຸນາຜ່ານມາ ສູງກວ່າຄ່າສະເລ່ຍຂອງອຸນຫະພູມໃນສະຕະວັດທີ 20 ຢູ່ 1,22 ອົງສາ. ໂດຍອຸນຫະພູມສະເລ່ຍໃນສະຕະວັດທີ 20 ນັ້ນຢູ່ທີ່ 15,5 ອົງສາ ເຮັດໃຫ້ເດືອນມິຖຸນາປີນີ້ ເປັນເດືອນມິຖຸນາທີ່ອົບອຸ່ນທີ່ສຸດທີ່ບໍ່ເຄີຍມີມາກ່ອນ ແລະ ເປັນເດືອນທີ 13 ແລ້ວທີ່ອຸນຫະພູມໂລກມີສະຖິຕິສູງຕິດຕໍ່ກັນ.
ສູນຂໍ້ມູນສິ່ງແວດລ້ອມແຫ່ງຊາດ ພະແນກໜຶ່ງຂອງອົງການດັ່ງກ່າວລະບຸໃນລາຍງານວ່າ: ມີໂອກາດເກືອບ 60% ທີ່ປີ 2024 ຈະກາຍເປັນປີທີ່ອົບອຸ່ນທີ່ສຸດເທົ່າທີ່ມີການບັນທຶກສະຖິຕິມາ ແລະ ມີໂອກາດເຖິງ 100% ທີ່ຈະຕິດຢູ່ໃນຫ້າອັນດັບທຳອິດ.
ບົດລາຍງານພົບວ່າ: ໃນເດືອນມິຖຸນາຜ່ານມາອຸນຫະພູມພື້ນຜີວໂລກຂອງພື້ນທີ່ສ່ວນໃຫຍ່ໃນທົ່ວໂລກລ້ວນສູງກວ່າສະເລ່ຍ ຍົກເວັ້ນໃນພາກຕາເວັນຕົກຂອງການາດາ, ພື້ນທີ່ສ່ວນໃຫຍ່ຂອງ Greenland ພາກໃຕ້ຂອງອາເມລິກາໃຕ້, ພາກຕາເວັນຕົກສ່ຽງເໜືອຂອງຣັດເຊຍ, ດ້ານຕາເວັນອອກຂອງອາຊີ,ພາກຕາເວັນອອກຂອງອົສຕຣາລີ ແລະພື້ນທີ່ສ່ວນໃຫຍ່ຢູ່ທາງທິດຕາເວັນອອກຂອງທະວີບAntarctica.ທະວີບອາຟຣິກາ, ອາຊີ ແລະ ອາເມຣິກາໃຕ້ ລ້ວນແຕ່ປະເຊີນກັບເດືອນມິຖຸນາທີ່ອາກາດອົບອຸ່ນທີ່ສຸດ ຂະນະທີ່ເອີຣົບພົບກັບເດືອນມິຖຸນາທີ່ອາກາດອົບອຸ່ນເປັນອັນດັບສອງ.
ລາຍງານຍັງລະບຸວ່າ: ອຸນຫະພູມໜ້ານໍ້າທະເລໃນພື້ນທີ່ສ່ວນໃຫຍ່ລ້ວນສູງກວ່າຄ່າສະເລ່ຍ, ຂະນະທີ່ມີບາງສ່ວນຂອງມະຫາສະໝຸດປາຊີຟິກເຂດຮ້ອນຕາເວັນອອກ ແລະ ປາຊີຟິກຕາເວັນອອກສ່ຽງໃຕ້ ທີ່ອຸນຫະພູມໜ້ານໍ້າຕໍ່າກວ່າຄ່າສະເລ່ຍ ສ່ວນມະຫາສະໝຸດທົ່ວໂລກນັ້ນມີລາຍງານພົບອຸນຫະພູມອົບອຸ່ນແບບທີ່ບໍ່ມີມາກ່ອນ ຕັ້ງແຕ່ເດືອນເມສາ ປີ 2023.
ລາຍງານຍັງຊີ້ວ່າ: ໄລຍະເດືອນມັງກອນ - ມິຖຸນາ ຜ່ານມາ ອຸນຫະພູມພື້ນຜີວໂລກສູງກວ່າຄ່າສະເລ່ຍໃນສະຕະວັດທີ 20 ເຖິງ 1,29 ອົງສາ ເຮັດໃຫ້ໄລຍະຫົກເດືອນນີ້ກາຍເປັນຫົກເດືອນທຳອິດຂອງປີ ທີ່ໂລກເຮົາອົບອຸ່ນຫຼາຍທີ່ສຸດເທົ່າທີ່ເຄີຍພໍ້ມາ ໂດຍທະວີບອາເມຣິກາໃຕ້, ເອີຣົບ ແລະ ອາຟຣິກາ ລ້ວນແຕ່ປະເຊີນກັບໄລຍະເວລາທີ່ອາກາດອົບອຸ່ນທີ່ສຸດເມື່ອທຽບເປັນລາຍປີ ຂະນະທີ່ອາເມຣິກາເໜືອໂຕເລກອຸນຫະພູມນີ້ຈັດຢູ່ໃນອັນດັບທີສອງ.
ສຳລັບປະລິມານຫິມະປົກຄຸມໃນຊີກໂລກເໜືອໃນເດືອນມິຖຸນາຜ່ານມາ ມີຂະໜາດນ້ອຍທີ່ສຸດຕິດອັນດັບທີ 12 ໃນປະຫວັດສາດ ແລະ ພົບວ່າປະລິມານຫິມະປົກຄຸມໃນພື້ນທີ່ສ່ວນໃຫຍ່ຂອງໂລກລ້ວນຕໍ່າກວ່າຄ່າສະເລ່ຍ ຍົກເວັ້ນບາງສ່ວນຂອງໄຊບີເຣຍຕາເວັນຕົກ ແລະ ບາງສ່ວນນ້ອຍໆຂອງຈີນ, ປາກິດສະຖານ ແລະ ພື້ນທີ່ພາກຕາເວັນຕົກຂອງການາດາ ທີ່ມີປະລິມານຫິມະສູງກວ່າຄ່າສະເລ່ຍ.
ບົດລາຍງານກ່າວຕື່ມວ່າ: ຂະໜາດຂອງນໍ້າກ້ອນໃນທະເລ (sea ice extent) ທົ່ວໂລກນັ້ນນ້ອຍຈົນຕິດອັນດັບທີສອງໃນຮອບ 46 ປີຢູ່ທີ່ 8,75 ລ້ານຕາລາງກິໂລແມັດ ຕໍ່າກວ່າຄ່າສະເລ່ຍລະຫວ່າງປີ 1991 – 2020 ເຖິງ 810.000 ຕາລາງກິໂລແມັດ.
https://www.xinhuathai.com/inter/450055_20240713