ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ກໍລະກົດຜ່ານມາ, ການນຳຂັ້ນສູງ ອາຊຽນ ໄດ້ອອກຖະແຫຼງການຮ່ວມ ສະແດງຄວາມເສົ້າສະຫຼົດໃຈໄວ້ອາໄລຕໍ່ການຈາກໄປຂອງ ທ່ານຫງວຽນຝູຈ້ອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໃນວັນທີ 19 ກໍລະກົດ.
ຂ່າວລະບຸວ່າ: ຖະແຫຼງການຮ່ວມໄດ້ຢັ້ງຢືນວ່າບັນດາການນຳຂັ້ນສູງ ອາຊຽນ ມີຄວາມອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ທ່ານ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ ໃນວັນທີ 19 ກໍລະກົດ. ບັນດາການນຳຂັ້ນສູງ ອາຊຽນ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກຊຶ້ງທີ່ສຸດໄປຍັງຄອບຄົວ ແລະ ພີ່ນ້ອງຂອງທ່ານ ຫງວຽນຝູຈ້ອງ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.
ຖະແຫຼງການໄດ້ເນັ້ນໜັກເຖິງພາລະກິດແຫ່ງການຊີ້ນຳ-ນຳພາ ແລະ ການອຸທິດໃນຕະຫຼອດຊີວິດຂອງທ່ານ ຫງວຽນຝູຈ້ອງໃຫ້ແກ່ປະຊາຊົນ ແລະ ປະເທດ ຫວຽດນາມ ຍາມໃດກໍຈະໄດ້ຮັບການຈົດຈຳຕະຫຼອດໄປ. ບັນດາການປະກອບສ່ວນຂອງທ່ານ ຫງວຽນຝູຈ້ອງ ໃຫ້ແກ່ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ ກໍຈະແມ່ນມໍລະດົກອັນລ້ຳຄ່າ ແລະ ຍືນຍົງຍາວນານ.