ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ເຈນສ ສໂຕລເທນເບີກ ເລຂາທິການໃຫຍ່ ນາໂຕ ໄດ້ຖະແຫຼງປິດກອງປະຊຸມສຸດຍອດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ນາໂຕ ທີ່ຈັດຂຶ້ນຢູ່ ວໍຊິງຕັນ (ອາເມຣິກາ).
ຂ່າວລະບຸວ່າ: ກ່ອນໜ້ານັ້ນ, ບັນດາການນຳ ນາໂຕ ໄດ້ພົບປະກັບການນຳທີ່ມາຈາກບັນດາປະເທດ: ອົສຕຣາລີ, ຍີ່ປຸ່ນ, ນູແວນເຊລັງ, ສ ເກົາຫຼີ ແລະ ສະຫະພາບເອີຣົບ (ອີຢູ), ປຶກສາຫາລືກ່ຽວກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ແລະ ເພີ່ມທະວີການຮ່ວມມື. ໃນການພົບປະລະຫວ່າງ ນາໂຕ ແລະ 4 ຄູ່ຮ່ວມມືມະຫາສະໝຸດອິນເດຍ - ປາຊີຟິກ, ບັນດາຝ່າຍໄດ້ເຫັນດີເລີ່ມປະຕິບັດ “ບັນດາໂຄງການສຳຄັນຈຸດສຸມ” ໃນ 4 ຂົງເຂດ, ໃນນັ້ນມີການປ້ອງກັນທາງເຄືອຂ່າຍອິນເຕີເນັດລວມ ແລະ ຕ້ານຂໍ້ມູນທີ່ຜິດພາດ, ເພື່ອເປີດກວ້າງການຮ່ວມມືຕໍ່ໜ້າບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ສັບສົນ. 2 ຂໍ້ລິເລີ່ມອື່ນລວມມີ: ສະໜອງການໜູນຊ່ວຍດ້ານການແພດໃຫ້ແກ່ ອູແກຣນ ແລະ ການຮ່ວມມືກ່ຽວກັບບັນດາເຕັກໂນໂລຊີທີ່ຫາກໍພົ້ນເດັ່ນຂຶ້ນຄືປັນຍາປະດິດ (AI).
ກອງປະຊຸມສຸດຍອດ ນາໂຕ ປີ 2025 ຈະຖືກຈັດຂຶ້ນຢູ່ ລາໄຮປະເທດ ໂຮນລັງ.