ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ກໍລະກົດ ຜ່ານມານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາສະພາບການກໍ່ສ້າງເສັ້ນທາງຄວາມໄວສູງ ເຈົາດົກ - ເກິ່ນເທີ - ຊອກຈັງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໂຄງການເສັ້ນທາງດ່ວນ ເຈົາດົກ - ເກິ່ນເທີ - ຊອກຈັງ ໂດຍສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຮັບຮອງເອົາແຜນນະໂຍບາຍລົງທຶນແຕ່ເດືອນມິຖຸນາ ປີ 2022, ມີລວງຍາວ 188,2 ກິໂລແມັດ; ຄວາມຄືບໜ້າຂອງໂຄງການຈະປະຕິບັດສໍາເລັດໂດຍພື້ນຖານໃນປີ 2026 ແລະ ນຳເຂົ້າເຄື່ອນໄຫວໃນປີ 2027.
ຂ່າວລະບຸວ່າ: ໃນການກວດກາສະພາບການຜັນຂະຫຍາຍໂຄງການຢູ່ເມືອງວິງແທກ, ເກິ່ນເທີ ແລະ ເມືອງຝຸ້ງຮຽບ, ເຮົ້າຢາງ, ທ່ານ ຟ້າມມິງຈິງ ໄດ້ມອບຂອງຂວັນໃຫ້ກຳລັງໃຈບັນດາຫົວໜ່ວຍລົງມືກໍ່ສ້າງ, ພ້ອມທັງສະເໜີອຳນາດການປົກຄອງທ້ອງຖິ່ນຕ້ອງລະດົມທົ່ວລະບົບການເມືອງ, ປະຊາຊົນເຂົ້າຮ່ວມ, ພ້ອມກັບສ້າງຂະບວນການແຂ່ງຂັນໃນສະຖານທີ່ກໍ່ສ້າງ. ບັນດາວິສາຫະກິດ, ນັກລົງທຶນບັນດາເສັ້ນທາງດ່ວນຢູ່ທ້ອງຖິ່ນ ທັງເຮັດທັງໜູນຊ່ວຍວິສາຫະກິດທ້ອງຖິ່ນ, ເພື່ອໃຫ້ວິສາຫະກິດທ້ອງຖິ່ນເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ, ເປັນເຈົ້າການເຂົ້າຮ່ວມບັນດາກິດຈະກຳໃຫຍ່ຢູ່ທ້ອງຖິ່ນຕາມຈິດໃຈສ້າງວຽກເຮັດງານທຳ, ທຳມາຫາກິນໃຫ້ແກ່ປະຊາຊົນ, ໜູນຊ່ວຍປະຊາຊົນກໍ່ສ້າງລະບົບຫົດນ້ຳ ແລະ ລະບາຍອອກ, ຕ້ານການເຊາະເຈື່ອນ, ລະບົບຖະໜົນຫົນທາງຄົມມະນາຄົມ, ກໍ່ສ້າງຖະໜົນໃນໝູ່ບ້ານ.