ໂດຍ: ສ.ບຸດປະຊາ
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ສຳເລັດໃນເດືອນມິຖຸນາຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຫັນດີເປັນເອກະພາບ ຕໍ່ການຕີລາຄາຂອງສະພາແຫ່ງຊາດຕໍ່ບັນຫາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຖິງວ່າຈະມີມາດຕະການວາງອອກ ແຕ່ຜົນໄດ້ຮັບຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້. ບັນຫາດັ່ງກ່າວແມ່ນຍ້ອນຫຼາຍສາເຫດ ຊຶ່ງລັດຖະບານກຳລັງສຸມໃສ່ປັບປຸງຫຼາຍວຽກງານເພື່ອແກ້ໄຂ.
ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ສາເຫດຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຍັງບໍ່ມີຜົນໄດ້ຮັບທີ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ວ່າ: ມີຫຼາຍສາເຫດ ທັງໃນຕົວ ແລະ ນອກຕົວ; ໃນນີ້, ສາເຫດຕົ້ນຕໍ ກໍຍັງແມ່ນສາເຫດໃນຕົວ ຍ້ອນຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຍັງບໍ່ສູງ, ການຫັນປ່ຽນແນວຄິດຈິນຕະນາການ ກໍຄືການກ້າຫັນປ່ຽນໄປສູ່ອັນໃໝ່ທີ່ດີກວ່າຍັງຊັກຊ້າ, ກົນໄກການບໍລິຫານມີຫຼາຍດ້ານຍັງອືດອາດຊັກຊ້າ ແລະ ພື້ນຖານເສດຖະກິດ-ການຜະລິດ ຍັງບໍ່ເຂັ້ມແຂງ. ສິ່ງເຫຼົ່ານີ້ເປັນທັງຈຸດອ່ອນຂໍ້ຄົງຄ້າງ ແລະ ທັງເປັນສາເຫດທີ່ພາໃຫ້ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາຍັງບໍ່ທັນໄດ້ຮັບການແກ້ໄຂດີເທົ່າທີ່ຄວນ.
ເພື່ອແກ້ໄຂບັນຫາດັ່ວກ່າວ, ທ່ານນາຍົກໄດ້ໃຫ້ຮູ້ວ່າ: ລັດຖະບານໄດ້ມີຫຼາຍວິທີການ ໂດຍສືບຕໍ່ສຸມໃສ່ປັບປຸງກົນໄກການຊີ້ນໍາ-ບັນຊາ ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ໃຫ້ຍົກສຸງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສູງຂຶ້ນ, ລວມທັງປັບປຸງມາດຕະການ, ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງບັນດາແຜນງານຕ່າງໆ ເປັນແຕ່ລະໜ້າວຽກ ໂດຍຈະມອບໃຫ້ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ລົງເລິກຮັບຜິດຊອບແຕ່ລະດ້ານ ໄປຄຽງຄູ່ກັບການເພີ່ມທະວີການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ແລະ ບັນດານິຕິກຳຂອງພັກ-ລັດ, ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ຄົນພາຍໃນຊາດ ມີສະຕິຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາເສດຖະກິດ-ການເງິນ ດ້ວຍການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນ, ການທ່ອງທ່ຽວພາຍໃນ ແລະ ໃຊ້ຈ່າຍເງິນກີບ, ພ້ອມທັງຊີ້ນໍາໃຫ້ບັນດາສື່ທາງການຕ່າງໆ ໃນການປັບປຸງກົນໄກ, ຮູບແບບ ແລະ ເນື້ອໃນການອອກຂ່າວ ໃຫ້ມີຄວາມຫຼາກຫຼາຍ, ຊັດເຈນ, ວ່ອງໄວ ແລະ ທັນສະພາບການ, ທັງຄົ້ນຄວ້າການນໍາໃຊ້ສື່ສັງຄົມອອນລາຍ ເຂົ້າໃນວຽກງານການໂຄສະນາສຶກສາອົບຮົມ ຢ່າງຕັ້ງໜ້າ; ພ້ອມດຽວກັນ, ກໍໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ໃຫ້ຄວາມຮ່ວມມືຊ່ວຍເຫຼືອ ແລະ ສະໜັບສະໜູນລັດຖະບານ ໃນເວລາທີ່ສະມາຊິກສະພາແຫ່ງຊາດ ລົງໄປເຄື່ອນໄຫວວຽກງານຕ່າງໆ ໃຫ້ຊ່ວຍປຸກລະດົມຜູ້ປະກອບການທຸລະກິດ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມໃນການປະຕິບັດສອງວາລະແຫ່ງຊາດ ເປັນຕົ້ນແມ່ນການປະຢັດ, ຈໍາກັດ ຫຼື ຫຼຸດຜ່ອນການໄປຊື້ເຄື່ອງຈາກຕ່າງປະເທດ, ການໃຊ້ສິນຄ້າຟຸມເຟືອຍ, ການຈັດງານບຸນປະເພນີ ທີ່ມີລັກສະນະຟຸມເຟືອຍ; ພ້ອມກັນນັ້ນ, ກໍປຸກລະດົມໃຫ້ຜູ້ປະກອບການຜະລິດພາຍໃນ ໃຫ້ຫັນເຂົ້າສູ່ການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ; ເຜີຍແຜ່ໃຫ້ບັນດາພໍ່ແມ່ຜູ້ປົກຄອງ ໃຫ້ເອົາໃຈໃສ່ຄຸ້ມຄອງສຶກສາອົບຮົມລູກຫຼາຍໃຫ້ດີ ບໍ່ໃຫ້ຫຍຸ້ງກ່ຽວກັບຢາເສບຕິດ.
ສະນັ້ນ, ສາເຫດຕົ້ນຕໍທີ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕ້ອງໄດ້ແກ້ໄຂຢ່າງຮີບດ່ວນແມ່ນສາເຫດໃນຕົວ ຊຶ່ງທຸກພາກສ່ວນຕ້ອງໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ດຶງດູດການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃຫ້ນັບມື້ນັບຫຼາຍ ເພື່ອເຮັດໃຫ້ບັນດານະໂຍບາຍ ແລະ ມາດຕະການວາງອອກໄດ້ຖືກປະຕິບັດຢ່າງຈິງຈັງ ແລະ ເປັນຮູບປະທໍາຫຼາຍຂຶ້ນ.