ໃນຕອນເຊົ້າຂອງວັນທີ 25 ກໍລະກົດ ນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄວ້ອາໄລຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຶ່ງມີເນື້ອໃນດັ່ງນີ້:
ຕາງໜ້າຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າສະຫຼົດ ໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຂອງສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
ສະຫາຍ ຫງວຽນ ຝູ ຈ້ອງ ເປັນການນໍາທີ່ອົງອາດ, ດີເລີດ ຊຶ່ງໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຫວຽດນາມ ໂດຍສະເພາະໃນພາລະກິດແຫ່ງການປ່ຽນແປງໃໝ່, ສະຫາຍມີຄວາມເດັດຂາດ ແລະ ເຂັ້ມແຂງທີ່ສຸດໃນການຊີ້ນຳ-ນຳພາປະເທດຊາດ ຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ພາລະບົດບາດ ແລະ ອິດທິພົນຂອງຫວຽດນາມນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ສະຫາຍຍັງເປັນຜູ້ນຳໜ້າໃນການປັບປຸງຄວາມໂປ່ງໃສ ພາຍໃນອົງການຈັດຕັ້ງພັກ, ລັດ, ຖັນແຖວພະນັກງານທົ່ວລະບົບຂອງຫວຽດນາມ. ພິເສດ ສະຫາຍຍາມໃດກໍມີຄວາມເປັນຫວ່ງເປັນໃຍ ແລະ ປະກອບສ່ວນສຳຄັນເຂົ້າໃນການເສີມສ້າງ, ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ ແລະ ຫວຽດນາມ ອ້າຍນ້ອງຕະຫຼອດມາ.
ການຈາກໄປຂອງ ສະຫາຍ ຫງວຽນ ຝູຈ້ອງ ຄັ້ງນີ້ ບໍ່ພຽງແຕ່ເປັນການສູນເສຍອັນຍິ່ງໃຫຍ່ ແລະ ໂສກເສົ້າທີ່ສຸດຂອງຄອບຄົວ, ຍາດຕິພີ່ນ້ອງ, ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ, ແຕ່ຍັງເປັນການສູນເສຍບຸກຄົນທີ່ແສນເຄົາລົບຮັກ ຜູ້ເປັນເພື່ອນສະໜິດສະໜົມທີ່ສຸດຄົນໜຶ່ງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກຂ້າພະເຈົ້າເຊັ່ນດຽວກັນ.
ໃນບັນຍາກາດອັນໂສກເສົ້າສະຫຼົດໃຈນີ້, ຂ້າພະເຈົ້າ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈ ມາຍັງ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ, ຄະນະນໍາ ແລະ ພະນັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ກໍຄືຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ຫງວຽນ ຝູຈ້ອງ ມານະໂອກາດນີ້ດ້ວຍ.
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງເຖິງ ສະຫາຍ ຫງວຽນ ຝູຈ້ອງ ແລະ ຂໍໃຫ້ດວງວິນຍານຂອງເພິ່ນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.