ໃນວັນທີ 22-25 ກໍລະກົດ ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປິດງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 8 ແລະ ງານວາງສະແດງສິນຄ້ານຳເຂົ້າ-ສົ່ງອອກ ຄຸນມິງ ສປ ຈີນ ຄັ້ງທີ 28 ພາຍໃຕ້ຫົວຂໍ້: “ສາມັກຄີຮ່ວມມືກັນ ເພື່ອພ້ອມກັນພັດທະນາ (Solidarity & Coordination for Common Development)”. ເນື່ອງໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ຮັບກຽດເຊິນເປັນແຂກກິດຕິມະສັກ ແລະ ໄດ້ຂຶ້ນກ່າວຄຳປາໄສ ຊຶ່ງທ່ານໄດ້ເນັ້ນໃຫ້ເຫັນວ່າ: ງານວາງສະແດງສິນຄ້າ ດັ່ງກ່າວ ເປັນເວທີໜຶ່ງທີ່ສຳຄັນ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການຮ່ວມມືການທູດຫຼາຍຝ່າຍ ພ້ອມທັງໄດ້ເປີດໂອກາດໃຫ້ພາກລັດ, ພາກທຸລະກິດ ຂອງ ສປ ຈີນ, ບັນດາປະເທດອາຊີໃຕ້, ບັນດາປະເທດໃນກຸ່ມອາຊຽນ ແລະ ພາກພື້ນອື່ນໆ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ແລະ ຄວາມຄິດຄວາມເຫັນ ເພື່ອຊອກຊ່ອງທາງທີ່ດີໃນການຮ່ວມມືດ້ານທຸລະກິດ ແລະ ພັດທະນາເສດຖະກີດ-ສັງຄົມ ຂອງ ແຕ່ລະປະເທດໃຫ້ຂະຫຍາຍຕົວ ນັບມື້ນັບດີຂຶ້ນ. ພ້ອມດຽວກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມພິທີຊາບວ່າ: ໃນປີ 2024 ນີ້, ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ແລະ ໄດ້ກໍານົດໃຫ້ເປັນປີທ່ອງທ່ຽວລາວ ແລະ ໄດ້ຖືໂອກາດນີ້ ເຊີນຊວນບັນດາເພື່ອນມິດ ຈາກ ສປ ຈີນ ແລະ ບັນດາປະເທດໃນພາກພື້ນ ໄປຢ້ຽມຢາມ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ພ້ອມທັງຊອກກາລະໂອກາດ ແລະ ຊ່ອງທາງ ໃນການຮ່ວມມືລົງທຶນ ຢູ່ໃນເຂດເສດຖະກິດພິເສດ, ການຜະລິດ ແລະ ປຸງແຕ່ງກະສິກຳ, ແຮ່ທາດ, ການທ່ອງທ່ຽວ ແລະ ການບໍລິການ ຢູ່ ສປປ ລາວ.
ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມີການພົບປະສອງຝ່າຍ ກັບ ທ່ານ ຕິ່ງ ຈົ່ງຫຼີ ຮອງປະທານສະພາປະຊາຊົນແຫ່ງຊາດ ສປ ຈີນ, ແລະ ພົບປະສອງຝ່າຍກັບ ທ່ານ ຫວາງໜິງ ເລຂາພັກແຂວງ ຢູນນານ ຊຶ່ງການພົບປະໃນຄັ້ງນີ້ ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການເປັນປະເທດເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ໂດຍສະເພາະການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຜົນການພົບປະຂອງສອງເລຂາທິການໃຫ່ຍ ສປປ ລາວ - ສປ ຈີນ ໃຫ້ໄດ້ຮັບໝາກຜົນ, ລວມທັງການຈັດຕັ້ງຜັນຂະຫຍາຍບັນດາເອກະສານທີ່ການນຳຂັ້ນສູງທັງສອງໄດ້ເຫັນດີ ແລະ ລົງນາມຮ່ວມກັນໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍສະເພາະການຮ່ວມມືກັນເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 3 ປີຜ່ານມາ.
ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ໄປຢ້ຽມຢາມສະຖານທີ່ຕ່າງໆ ເປັນຕົ້ນ: ຢ້ຽມຢາມ ບໍລິສັດກໍ່ສ້າງ ແລະ ລົງທຶນ ຢຸນນານ, ບໍລິສັດຫຸ້ນສ່ວນກໍ່ສ້າງ ແລະ ລົງທຶນຄອນກິດຄຸນນະພາບສູງ ແລະ ສີຂຽວ ຈຳກັດມະຫາຊົນ ແລະ ສ່ວນເຜົ່າຊົນ ຢຸນນານ. ພ້ອມນັ້ນ, ກໍໄດ້ໄປຢ້ຽມບາງສະຖານທີ່ສຳຄັນທາງດ້ານເສດຖະກິດ, ການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ກິ່ງແຂວງສິບສອງພັນນາ ເປັນຕົ້ນ: ສະຖານທີ່ກໍ່ສ້າງຊົນນະບົດ, ໂຄງການປັບປຸງດ່ານສາກົນ, ເຂດຂ້າມແດນ ແລະ ສະພາບການກໍ່ສ້າງເສັ້ນທາງການຂົນສົ່ງສິນຄ້າດ່ານສາກົນ ແລະ ຢ້ຽມຢາມເຂດເສດຖະກິດພິເສດ ບໍ່ເຕ່ນ-ບໍ່ຫານ ແລະ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ.
ນອກຈາກງານວາງສະແດງແລ້ວ, ກໍ່ຍັງມີກິດຈະກຳປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມປຶກສາຫາລືຂໍ້ລິເລີ່ມການຮ່ວມມື ແລະ ການຈັບຄູ່ດ້ານດີຈີຕອນ ລະຫວ່າງ ຈີນ-ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ພິທີເປີດນຳໃຊ້ເສັ້ນທາງລົດໄຟຂະບວນຄູ່ຂົນສົ່ງສິນຄ້າສາກົນຖ້ຽວທຳອິດ “ແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ, ຢຸນໜານ ແລະ ກວາງຕົງ” ແລະ ກິດຈະກໍາອື່ນໆ. ງານວາງສະແດງຄັ້ງນີ້ ມີຜູ້ເຂົ້າຮ່ວມທາງພາກລັດ ແລະ ພາກເອກະຊົນ ຈາກ 81 ປະເທດ, ເຂດແຄ້ວນ ແລະ ອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຈີນ ມີ 27 ແຂວງ, ເມືອງ ແລະ ນະຄອນ ແລະ ບັນດາບໍລິສັດ 2.000 ກວ່າບໍລິສັດ ໄດ້ລົງ ທະບຽນເຂົ້າຮ່ວມ, ເຊິ່ງເຄິ່ງໜຶ່ງແມ່ນມາຈາກບັນດາປະເທດ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງ ມີກຸ່ມຜູ້ຊື້ປະມານ 2.300 ບໍລິສັດ ໄດ້ລົງທະບຽນເຂົ້າຮ່ວມງານວາງສະແດງດັ່ງກ່າວ. ສຳລັບ ສປປ ລາວ ນອກຈາກຄະນະຜູ້ແທນຂັ້ນສູງເຂົ້າຮ່ວມໃນພິທີທາງການແລ້ວ ຍັງມີຫົວໜ່ວຍທຸລະກິດຂອງ ສປປ ລາວ ເຂົ້າຮ່ວມ 18 ຫົວໜ່ວຍ ໄດ້ຮັບຫ້ອງວາງສະແດງຈຳນວນ 42 ຫ້ອງ, ເຊິ່ງປະກອບມີ 5 ໝວດສິນຄ້າ ຄື: ຂະແໜງເຟີນີເຈີໄມ້ ແລະ ໄມ້ແກະສະຫຼັກ, ຂະແໜງຂົນສົ່ງ (ໂຄສະນາ), ຂະແໜງຫັດຖະກຳ ຈິວເວີລີ, ຂະແໜງ ອາຫານເຄື່ອງດື່ມ ແລະ ຂະແໜງຫັດຖະກຳ.