ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ກໍລະກົດ ນີ້, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດພິທີງານສົບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຕາມພິທີລະດັບຊາດ. ຄະນະງານສົບລວມມີ 35 ສະຫາຍ ໂດຍທ່ານ ໂຕເລິມ ກຳມະການກົມການເມືອງປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນຫົວໜ້າຄະນະ. ຄະນະຈັດຕັ້ງງານສົບລວມມີ 27 ສະຫາຍ, ໂດຍທ່ານ ເລືອງເກື່ອງ ກຳມະການກົມການເມືອງຜູ້ປະຈຳການຄະນະເລຂາທິການສູນກາງ ເປັນຫົວໜ້າຄະນະ.
ຂ່າວລະບຸວ່າ: ພິທີວາງພວງມາລາທ່ານ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢູ່ຫໍຈັດງານສົບແຫ່ງຊາດເຮືອນເລກທີ 5 ຖະໜົນ ເຈິ່ນແທັງຕົງນະຄອນຮ່າໂນ້ຍ, ເລີ່ມແຕ່ເວລາ 7:00ໂມງ ຫາ 22:00ໂມງ ຂອງວັນທີ 25 ກໍລະກົດ 2024 ແລະ ແຕ່ 7:00ໂມງ ຫາ 13:00ໂມງ ຂອງວັນທີ 26 ກໍລະກົດ 2024.
ໃນເວລາດຽວກັນ, ພິທີວາງພວງມາລາກໍໄດ້ດຳເນີນຢູ່ສະໜາມຫຼວງທົງເຍິດ (ນະຄອນໂຮ່ຈິມິນ) ແລະ ຢູ່ບ້ານເກີດຂອງທ່ານ ຫງວຽນຝູຈ້ອງ ທີ່ຕາແສງດົງໂຮ້ຍເມືອງດົງແອັງນະຄອນຮ່າໂນ້ຍ.ເລີ່ມຕົ້ນພິທີວາງພວງມາລາ ຢູ່ຫໍຈັດງານສົບແຫ່ງຊາດ, ຄອບຄົວທ່ານ ຫງວຽນຝູຈ້ອງ ນຳໂດຍທ່ານນາງ ໂງທິເມີ້ນພັນລະຍາຂອງທ່ານຫງວຽນຝູຈ້ອງ ເຂົ້າວາງພວງມາລາ.
ກ່າວປາໄສດຳເນີນພິທີວາງພວງມາລາທ່ານ ຫງວຽນຝູຈ້ອງ ຢ່າງເປັນທາງການ, ທ່ານ ເລືອງເກື່ອງ ກຳມະການກົມການເມືອງຜູ້ປະຈຳການຄະນະເລຂາທິການຫົວໜ້າຄະນະຈັດຕັ້ງງານສົບເນັ້ນໜັກວ່າ:ເກືອບ 60 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານ ຫງວຽນຝູຈ້ອງ ມີຄຸນງາມຄວາມດີ ແລະ ອຸທິດຢ່າງໃຫຍ່ຫຼວງ, ພິເສດ, ດີເດັ່ນຕໍ່ພາລະກິດແຫ່ງການປະຕິວັດທີ່ສະຫງ່າອົງອາດຂອງພັກ ແລະ ຂອງຊາດ ຫວຽດນາມ. ທ່ານເລຂາທິການໃຫຍ່ ໄດ້ຮັບຫຼຽນໄຊດາວຄຳ, ຫຼຽນກາອາຍຸການພັກ 55 ປີ ຈາກ ພັກ, ລັດ ຫວຽດນາມ ແລະ ຫຼາຍຫຼຽນໄຊ, ຫຼຽນກາອັນສູງສົ່ງອື່ນໆຈາກສາກົນ. ທ່ານ ຫງວຽນຝູຈ້ອງ ຈາກໄປ ແມ່ນການສູນເສຍຢ່າງໃຫຍ່ຫຼວງ ສຳລັບ ພັກ, ລັດ, ປະຊາຊົນ ຫວຽດນາມ ພ້ອມດ້ວຍຄອບຄົວ ໂດຍບໍ່ມີຫຍັງສາມາດທົດແທນໄດ້. ໂດຍສະແດງຄວາມໂສກເສົ້າເສຍໃຈ ແລະ ຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ທ່ານຫງວຽນຝູຈ້ອງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ, ປະທານປະທານປະເທດ ຫວຽດນາມ,ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕົກລົງຈັດພິທີງານສົບຂອງທ່ານ ຫງວຽນຝູຈ້ອງ ດ້ວຍພິທີລະດັບຊາດ.
ພາຍຫຼັງກ່າວຄຳປາໄສຂອງທ່ານ ເລືອງເກື່ອງ ກຳມະການກົມການເມືອງຜູ້ປະຈຳການຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງງານສົບ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລິມ ກຳມະການກົມການເມືອງປະທານປະເທດຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າວາງພວງມາລາ.
ຖັດຈາກນັ້ນ, ຄະນະລັດຖະບານແຫ່ງ ສສ ຫວຽດນາມ ໂດຍທ່ານ ຟ້າມມິງຈິງ ກຳມະການກົມການເມືອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ; ຄະນະປະທານປະເທດ ແຫ່ງ ສສ ຫວຽດນາມ ໂດຍທ່ານ ໂຕເລິມກຳມະການກົມການເມືອງປະທານປະເທດ ເປັນຫົວໜ້າຄະນະ; ຄະນະສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ເຈິ່ນແທັງເໝິນກຳມະການກົມການເມືອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ໂດ໊ວັນຈຽນກຳມະການກົມການເມືອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະ ເຂົ້າວາງພວງມາລາ.ຄະນະຈັດຕັ້ງງານສົບ ຈະສ້າງເງື່ອນໄຂ, ສັບຊ້ອນເວລາເພື່ອໃຫ້ປະຊາຊົນເຂົ້າວາງພວງມາລາ.
ສະຖານີໂທລະພາບ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຖ່າຍທອດສົດພິທີວາງພວງມາລາ, ພິທີກ່າວໄຫວ້ອາໄລ ແລະ ພິທີຊາປະນະກິດສົບທ່ານຫງວຽນຝູຈ້ອງ ຢູ່ນະຄອນ ຮ່າໂນ້ຍ, ນະຄອນໂຮ່ຈິມິນ.
ກ່ອນໜ້ານັ້ນ, ໃນເວລາ 6:00ໂມງເຊົ້າຂອງວັນທີ 25 ກໍລະກົດ ນີ້, ພິທີເອົາທຸງລົງເຄິ່ງເສົາ ໄດ້ດຳເນີນຢ່າງສົມກຽດຢູ່ສະໜາມຫຼວງບາດິ່ງ (ຮ່າໂນ້ຍ), ສ້າງຂີດໝາຍຈຸດເວລາດຳເນີນພິທີງານສົບລະດັບຊາດຂອງທ່ານຫງວຽນຝູຈ້ອງ ໃນລະຫວ່າງວັນທີ 25 – 26 ກໍລະກົດ 2024. ການເອົາທຸງລົງເຄິ່ງເສົາ ຈະໄດ້ປະຕິບັດໃນຕະຫຼອດເວລາດຳເນີນພິທີງານສົບ ເພື່ອອາໄລຫາທ່ານຫງວຽນຝູຈ້ອງ.