ຂ່າວສານຊີອາໄອ ລາຍງານໃນວັນທີ 24 ກໍລະກົດ ຜ່ານມາ, ແຫຼ່ງຂ່າວຈາກກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ຍອດມູນຄ່າເພີ່ມຈາກຂະແໜງການຂາຍສົ່ງ ແລະ ຂາຍຍ່ອຍຂອງຈີນບັນລຸເຖິງ 6,100 ຕື້ຢວນ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ກວມເອົາ 9,87% ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ. ການທີ່ຂະແໜງການຂາຍສົ່ງ ແລະ ຂາຍຍ່ອຍຂອງຈີນໄດ້ຮັບການພັດທະນາຢ່າງມີຄວາມຄືບໜ້າບົນພື້ນຖານແຫ່ງຄວາມໝັ້ນທ່ຽງນັ້ນ, ໄດ້ສະໜອງສິ່ງຄໍ້າປະກັນທີ່ແຂງແຮງໃຫ້ແກ່ການຊຸກຍູ້ເສດຖະກິດແຫ່ງຊາດໃຫ້ເຄື່ອນໄຫວຢ່າງໂລ່ງລ່ຽນ.
ເມື່ອເບິ່ງຈາກຂະແໜງການຂາຍສົ່ງແລ້ວ, ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ຍອດມູນຄ່າຄ້າຂາຍຂອງຕະຫຼາດສິນຄ້າທີ່ກະຊວງການຄ້າຈີນເອົາໃຈໃສ່ ແລະ ສະໜັບສະໜູນເປັນຈຸດສຸມນັ້ນໄດ້ເພີ່ມຂຶ້ນ 8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ເບິ່ງຈາກຂະແໜງການຂາຍຍ່ອຍແລ້ວ, ຈັງຫວະການເຕີບໂຕດ້ານທຸລະກິດສ່ວນຫຼາຍຂອງຫົວໜ່ວຍທຸລະກິດຂາຍຍ່ອຍທີ່ມີຂະໜາດໃຫຍ່ໄດ້ຮັກສາຄວາມໝັ້ນທ່ຽງ, ໃນນັ້ນ, ຈັງຫວະການເຕີບໂຕຍອດມູນຄ່າຂາຍຍ່ອຍຂອງຮ້ານສະດວກຊື້, ຮ້ານຄ້າສະເພາະດ້ານ ແລະ ຮ້ານຊັບພະສິນຄ້າຕ່າງໄດ້ເພີ່ມຂຶ້ນ 5,8%, 4,5% ແລະ 2,2% ຕາມລໍາດັບເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນອກນີ້, ຍອດມູນຄ່າຄ້າຂາຍແບບແທນຄືນເຄື່ອງໄຟຟ້າໃຊ້ໃນເຮືອນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.