ວັນທີ 25 ກໍລະກົດ ນີ້,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ພ້ອມການນຳຂັ້ນສູງ ເຂົ້າວາງພວງມາລາໄວ້ອາໄລ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ຄະນະເດີນທາງມາເຖິງສະຖານທີ່ຈັດງານຊາປະນະກິດສົບ ລະດັບຊາດ ເລກທີ 5 ເຈິນແທັ່ງຕົງ ກໍໄດ້ຖືກຕ້ອນຮັບຈາກຄະນະຈັດຕັ້ງພິທີຊາປະນະກິດສົບ ເພື່ອນຳພາ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະເຂົ້າສູ່ພິທີວາງພວງມາລາ,ຈູດທູບສະແດງຄວາມເຄົາລົບ ແລ້ວເຂົ້າສູ່ພິທີໄວ້ອາໄລຕໍ່ການຈາກໄປຢ່າງບໍ່ມີວັນກັບຄືນມາຂອງ ສະຫາຍ ຫງວຽນຝູຈ້ອງ.
ໃນໂອກາດອັນໂສກເສົ້າເສຍດາຍນີ້ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ແກ່ພັກ, ລັດຖະບານ, ສະພາແຫ່ງຊາດ, ອົງການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າ ຂຽນປຶ້ມໄວ້ອາໄລ ເພື່ອສະແດງຄວາມໂສກເສົ້າເສຍດາຍ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ.
ສະຫາຍ ຫງວຽນຝູຈ້ອງ ເປັນຄົນທີ່ມີຄວາມຮູ້ເລິກເຊີ່ງທາງດ້ານທິດສະດີ ແລະ ບົດຮຽນອັນໃຫຍ່ຫຼວງທາງດ້ານພຶດຕິກຳໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ສະຫາຍ ໄດ້ສຶກສາຢ່າງເລິກເຊິ່ງ ລັດທິມາກເລນິນ ເສັ້ນທາງ ກ້າວຂຶ້ນສູ່ສັງຄົມນິຍົມ ແລະ ສໍາຄັນທີ່ສຸດ ສະຫາຍ ຫງວຽນຝູຈ້ອງ ໄດ້ນໍາເອົາແນວຄິດໂຮ່ຈິມິນ ມາຈັດຕັ້ງນໍາພາສ້າງສາປະເທດຊາດຫວຽດນາມນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ການຈາກໄປຂອງ ສະຫາຍ​ ຫງວຽນຝູຈ້ອງ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ ເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນວຽກງານ ພາລະກິດປົດປ່ອຍຊາດ ພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພາລະກິດປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ ໂດຍສະເພາະ ແມ່ນວຽກງານປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ ປອດໃສກໍຄືວຽກງານການປ້ອງກັນ ຕ້ານການສໍ້ລາດບັງຫຼວງ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງຖານະບົດບາດຂອງຫວຽດນາມກໍໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງໃນເວທີພາກພື້ນ ແລະ ສາກົນ.
ພ້ອມນີ້ ສະຫາຍ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ ລໍ້າຄ່າ ແລະສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ. ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາ.(ຂ່າວ: ຄຕພ-ພາບ: ຕຸໄລເພັດ ພິມເມືອງ)