ໃນວັນທີ 25 ກໍລະກົດ ນີ້ ທີ່ ຫ້ອງວ່າການສູນກາງພັກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຂັ້ນສູງ ສປ ຈີນ ນໍາໂດຍ ສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ພ້ອມດ້ວຍຄະນະ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນປະທານປະເທດ ແຫ່ງ ສປ ຈີນ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນອາທິດທີ່ຜ່ານມາ, ໂດຍສະເພາະ ໃນປີ 2024 ນີ້ ເປັນປີແຫ່ງການສະຖາປະນາ ສປ ຈີນ ຄົບຮອບ 75 ປີ.
ສອງຝ່າຍໄດ້ຕີລາຄາສງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງທັງທາງກວ້າງ ແລະ ທາງເລິກພ້ອມທັງໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການດໍາເນີນທາງລົດໄຟ ລາວ-ຈີນ ຈີນ-ລາວ ພາຍຫຼັງໄດ້ເປີດນໍາໃຊ້ເປັນຕົ້ນມາ ຊຶ່ງເປັນການຢັ້ງຢືນເຖິງທັດສະນະທີ່ຖືກຕ້ອງຂອງສອງພັກສອງລັດ ໃນການເຊື່ອມໂຍງ-ເຊື່ອມຈອດເຂົ້າກັນໄດ້ເປັນຢ່າງດີ ລະຫວ່າງ ນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສະຫາຍ ສີ ຈິ້ນຜິງ ແລະ “ນະໂຍບາຍຫັນປະເທດລາວ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ໃນອະນຸພາກພື້ນ”.
ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າຕະຫຼອດໄລຍະຜ່ານມາ ລວມທັງການຊ່ວຍເຫຼືອໃຫ້ແກ່ການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ, ຍັງໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ປະສານງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍ “ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ” ສະບັບໄໝ 2024-2028 ໃຫ້ເກີດໝາກຜົນຕົວຈິງ, ຊຸກຍູ້ການເຊື່ອມໂຍງ-ເຊື່ອມຈອດ, ການອໍານວຍຄວາມສະດວກໃຫ້ແກ່ການນໍາໃຊ້ທາງລົດໄຟ ລະຫວ່າງປະເທດ ລາວ-ຈີນ ແລະ ຜ່ານດ່ານທາງບົກ ບໍ່ເຕ່ນ-ບໍ່ຫານ, ເລັ່ງລັດການພັດທະນາໂຄງການປິ່ນອ້ອມແລວເສດຖະກິດ ລາວ-ຈີນ ແລະ ສຸດທ້າຍຍັງໄດ້ຝາກຄໍາເຊື້ອເຊີນ ໄປຍັງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປ ລາວ ເດີນທາງມາຢ້ຽມຢາມ ລັດຖະກິດ ທີ່ ສປປ ລາວ ໃນເວລາທີ່ ມີຄວາມສະດວກ.
ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອນໍາອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ ແລະ ການພັດທະນາໃນອະນາຄົດ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສໍານານ)