ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມ 3 ຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ໄດ້ຈັດຂຶ້ນໃນວັນທີ 25 ກໍລະກົດ ນີ້ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໄດ້ທົບທວນຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ, ລວມທັງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາບຸລິມະສິດການເປັນປະທານອາຊຽນ ຂອງ ສປປ ລາວ ທີ່ປິ່ນອ້ອມຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເປັນຕົ້ນ ການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ປີ 2045 ທີ່ປະກອບດ້ວຍ ແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລື ກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ ອານເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະປາຍ ແລະ ເມັກຊິກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວໃນເວລາອັນໄວ.ນອກຈາກນີ້, ຍັງໄດ້ທົບທວນຄືນ ການຈັດຕັ້ງປະຕິບັດ ຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ. ກອງປະຊຸມຄັ້ງນີ້, ຍັງໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມພັນແປໄປ. ນອກນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັນ ແລະ ມີຄວາມສົນໃຈຮ່ວມກັນ.
ໃນຕອນບ່າຍຂອງວັນດຽວກັນ, ຍັງໄດ້ມີກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຂະແໜງການລະຫວ່າງອາຊຽນແລະນອກແວນັບແຕ່ການສ້າງຕັ້ງການເປັນຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິບັດເອກະສານຊ້ອນທ້າຍຂອງແຜນປະຕິບັດງານ ອາຊຽນ-ນອກແວ (2021-2025). ພ້ອມດຽວກັນນີ້, ຍັງໄດ້ປຶກສາຫາລືເພື່ອກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສໍານານ)