ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດ ຜ່ານມາວ່າ: ສຳນັກງານໄປສະນີ ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ແນະນຳສະແຕມຮູບເຂົ້າຈີ Baguette ສັນຍາລັກຂອງຝຣັ່ງທີ່ທົ່ວໂລກຮູ້ຈັກກັນດີ ແລະ ເປັນອາຫານທີ່ນິຍົມມາຫຼາຍກວ່າ 100 ປີແລ້ວ ແລະ ຄວາມພິເສດຂອງສະແຕມນີ້ຄື ຫາກໃຊ້ນິ້ວມືຖູສະແຕມ ກໍຈະມີກິ່ນເຂົ້າຈີ່ Baguette ອອກມາ.
ພະນັກງານໄປສະນີນະຄອນຫຼວງປາຣີ ກ່າວວ່າ: ພຽງແຕ່ຖູສະແຕມນີ້ດ້ວຍນິ້ວມື ກໍຈະໄດ້ກິ່ນເຂົ້າຈີ່Baguette ທັນທີ ແລະ ເຖິງວ່າກິ່ນຂອງແປ້ງສາລີ ແລະ ຍີສ ທີ່ຢູ່ໃນເຂົ້າຈີ່ນັ້ນອາດຍາກທີ່ຈະນຳກັບມາດົມຊໍ້າແລ້ວຊໍ້າອີກ ແຕ່ສຳນັກງານໄປສະນີ ຝຣັ່ງ ພົບວິທີຈະເຮັດໃຫ້ກິ່ນເຂົ້າຈີ່ນີ້ຕິດທົນ.
ທັງນີ້, ເຖິງວ່າປັດຈຸບັນຄວາມນິຍົມບໍລິໂພກເຂົ້າຈີ່ Baguette ຫຼຸດລົງໄປຫຼາຍ ແຕ່ຝຣັ່ງຍັງຄົງຜະລິດເຂົ້າຈີ່ຍາວນີ້ ມື້ລະປະມານ 16 ລ້ານກ້ອນ ຫຼື ເກືອບ 6.000 ລ້ານກ້ອນຕໍ່ປີ.