ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ກໍລະກົດ ຜ່ານມາວ່າ: ທາງຫຼວງບູຮານສາຍທຳອິດຂອງນະຄອນຫຼວງໂຣມ ໃນປະເທດອີຕາລີ ໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກທາງວັດທະນະທຳຂອງອົງການສະຫະປະຊາຊາດ.
ອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ຂຶ້ນທະບຽນຖະໜົນແອບປຽນ (Appian Way) ທາງຫຼວງສາຍທຳອິດຂອງຊາວໂຣມັນ ໃນຍຸກໂຣມັນບູຮານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງໂຣມ ນະຄອນຫຼວງຂອງອີຕາລີໃນປັດຈຸບັນ ເປັນມໍລະດົກໂລກທາງວັດທະນະທຳແຫ່ງໃໝ່.
ສຳລັບຖະໜົນແອບປ່ຽນ ເປັນທີ່ຮູ້ຈັກໃນຊື່ Regina Viarum ຫຼື ລາຊີນີແຫ່ງຖະໜົນ (Queen of Roads) ເຊື່ອມຕໍ່ເມືອງຫຼວງຂອງລັດໂຣມັນຕອນຕົ້ນເຂົ້າກັບເມືອງບຣິນດີຊີ ທາງຕາເວັນອອກສ່ຽງໃຕ້ຂອງປະເທດ.
ສ່ວນການຂຶ້ນທະບຽນຖະໜົນແອບປຽນ ເປັນມໍລະດົກໂລກທາງວັດທະນະທຳ ສົ່ງຜົນເຮັດໃຫ້ທາງຫຼວງບູຮານສາຍນີ້ກາຍເປັນແຫຼ່ງມໍລະດົກໂລກທາງວັດທະນະທຳແຫ່ງທີ 60 ຂອງອີຕາລີ ທີ່ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳຂອງ UNESCO ຊຶ່ງໄດ້ປະກາດຜົນການຂຶ້ນທະບຽນແຫຼ່ງມໍລະດົກໂລກຂອງປະເທດຕ່າງໆເທິງແພລັດຟອມ ເອັກ ໃນວັນທີ 27 ກໍລະກົດຜ່ານມາ.
ທັງນີ້, ຖະໜົນແອບປຽນສາຍນີ້ ໄດ້ຮັບການຕັ້ງຊື່ຕາມ Appius Claudius Caecus ຜູ້ກວດສອບຊາວໂຣມັນ ຊຶ່ງເປັນຜູ້ລິເລີ່ມ ແລະ ດຳເນີນການກໍ່ສ້າງຖະໜົນສາຍນີ້ຕັ້ງແຕ່ເລີ່ມຕົ້ນຈົນສຳເລັດ ໃນຖານະຖະໜົນທີ່ໃຊ້ສຳລັບການທະຫານ ເພື່ອມຸ່ງໜ້າໄປທາງທິດໃຕ້ຂອງລັດໂຣມັນ ເມື່ອ 312 ປີກ່ອນສະໄໝທີ່ພະເຍຊູຍັງມີຊີວິດຢູ່.