ໃນວັນທີ 18 ກັນຍານີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເງິນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມ ມູນຄ່າ 30 ລ້ານກີບ ຈາກ ສູນວັດທະນະທຳຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ຫຼີຢີ່ຜິງ ກໍຄື ສູນວັດທະນະທຳຈີນ ປະຈຳ ສປປ ລາວ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມສຳຄັນ ໃນຍາມທີ່ສັງຄົມປະເຊີນກັບໄພພິບັດທາງທຳມະຊາດ ໃນຄັ້ງນີ້ ແລະ ໄດ້ນຳເອົາເງິນຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຕອບໂຕ້ໄພພິບັດ ຢູ່ ສປປ ລາວ ກໍຄືຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃຫ້ມີຊີວິດການເປັນຢູ່ໃນເບື້ອງຕົນດີຂຶ້ນ ແລະ  ກ້າວໄປເຖິງກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມທັງຢືນຢັນວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງທົ່ວເຖິງ.
ກະຊວງ ຖວທ ເລີ່ມຮັບບໍລິຈາກການຊ່ວຍເຫຼືອຈາກສັງຄົມ  ໃນວັນທີ 16-18 ກັນຍາ 2024 ມີຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເຂົ້າມາມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ ສປປ ລາວ ລວມເປັນມູນຄ່າ ທັງໝົດ 175 ລ້ານກວ່າກີບ.
(ຂ່າວ-ພາບ: ທະນູທອງ)