ສະພາບດິນຟ້າອາກາດທຸກວັນນີ້ເຫັນວ່ານັບມື້ນັບມີການຫັນປ່ຽນຢ່າງໄວວາ ແລະ ບໍ່ມີໃຜຄາດຄະເນໄດ້ຕໍ່ກັບການເກີດອຸທົກກະໄພ ໄພນໍ້າຖ້ວມ, ໄຟໄໝ້ລາມປ່າ ເວົ້າລວມ, ເວົ້າສະເພາະ ມີເຫດການທີ່ເກີດຂຶ້ນຈາກໄພທໍາມະຊາດຢູ່ພາຍໃນທ້ອງຖິ່ນແຂວງຫຼວງນໍ້າທາ. 
    ພາຍຫຼັງໄດ້ຮັບແຈ້ງການດ່ວນຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1847/ຫສນຍ ລົງວັນທີ 7 ກັນຍາ 2024 ຕໍ່ກັບການກະກຽມ ແລະ ຮັບມືກັບພະຍຸໃຕ້ຝຸ່ນຢາກິ ທີ່ຈະເກີດຂຶ້ນໃນລະຫວ່າງ ວັນທີ 8-9 ກັນຍາ 2024. ດັ່ງນັ້ນ, ທາງອົງການສື່ມວນຊົນຂອງພວກເຮົາກໍໄດ້ເປັນສື່ກາງໃນການໂຄສະນາ ແລະ ສ່ອງແສງຂໍ້ມູນເພື່ອເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ກຽມຮັບມືກັບພະຍຸດັ່ງກ່າວ. ມາໃນວັນທີ 8-9 ກັນຍາ ພະຍຸຢາກິໄດ້ພັດຜ່ານເຂົ້າມາຫຼາຍພຶ້ນທີ່ແຂວງຫຼວງນໍ້າທາ, ຊຶ່ງໄດ້ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ໂດຍ
ສະເພາະຢູ່ໃນພຶ້ນທີ່ແຂວງຫຼວງນໍ້າທາຂອງພວກເຮົາ ໄດ້ເຮັດໃຫ້ນໍ້າຫ້ວຍ, ນໍ້າຮ່ອງໄຫຼທະລຸເຂົ້າໃສ່ສາຍແມ່ນໍ້າທາ, ນໍ້າທຸງ, ນໍ້າແງ້ນ ແລະ ສາຍນໍ້າອື່ນໆ ໂຮມເຂົ້າກັນເປັນມວນນໍ້າທີ່ໃຫຍ່ ແລະ ແຮງ ຊຶ່ງໄດ້ເກີດມີນໍ້າຖ້ວມ, ໄຫຼສຸ, ຖ້ວມເຮືອນຂອງພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມສາຍນໍ້າຕ່າງໆ.ຢ່າງໄວວາ, ມີບາງເຮືອນ, ບາງບ້ານ, ບາງພຶ້ນທີ່ຍັງບໍ່ທັນໄດ້ຕັ້ງໂຕໃນການເກັບມ້ຽນວັດຖຸສິ່ງຂອງເຄື່ອງອຸປະໂພກ-ບໍລິໂພກ ແລະ ສິ່ງຂອງທີ່ມີຄ່າໄວ້ບ່ອນທີ່ສູງ ແລະ ປອດໄພ. ມີແຕ່ເອົາຊີວິດລອດຈາກກະແສນໍ້າທີ່ໄຫຼທະລຸຢ່າງແຮງ. ເມື່ອເຫັນສະພາບການຄືດັ່ງກ່າວທາງອໍານາດການປົກຄອງແຂວງ, ເມືອງ, ບ້ານ ຈິ່ງໄດ້ລະດົມກໍາລັງ ປກຊ-ປກສ ອົງການຈັດຕັ້ງທາງພາກລັດ - ເອກະຊົນ ຕະຫຼອດຮອດຜູ້ປະກອບການທາງດ້ານທຸລະກິດຕ່າງໆ ແລະ ບຸກຄົນ - ນິຕິບຸກຄົນສຸມທຸກກໍາລັງວັງຊາເຂົ້າຊ່ວຍເຫຼືອຊີວິດຜູ້ປະສົບໄພແຕ່ລະພຶ້ນທີ່ອອກຈາກກະແສນໍ້າທີ່ແຮງ, ເລີກ ແລະ ກວ້າງໃຫຍ່ປານທະເລທີ່ຊາວຫຼວງນໍ້າທາພວກເຮົາບໍ່ເຄີຍເຫັນ, ບໍ່ເຄີຍພົບມາກ່ອນ.
    ທ່ານ ຜູ້ອ່ານທີ່ເຄົາລົບຕໍ່ກັບເຫດການພະຍຸໃຕ້ຝຸ່ນຢາກິ ທີ່ພັດເຂົ້າແຂວງຫຼວງນໍ້າທາພວກເຮົາໃນຄັ້ງນີ້ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຕໍ່ກັບການດໍາລົງຊີວິດຂອງພໍ່ແມ່ປະຊາຊົນຊາວຫຼວງນໍ້າທາພວກເຮົາ ເປັນຕົ້ນແມ່ນທີ່ຢູ່ອາໄສ, ພຶ້ນທີ່ທໍາການຜະລິດ, ສັດລ້ຽງ, ຖະໜົນຫົນທາງ, ເດີນບິນຖືກຕັດຂາດ, ລະບົບໄຟຟ້າ, ນໍ້າປະປາ, ຍານພາຫະນະບໍ່ສາມາດໃຊ້ໄດ້, ການສື່ສານ, ອາຫານ, ນໍ້າດຶ່ມ, ຢາປົວພະຍາດ ແລະ ສິ່ງຂອງຈໍາເປັນອຶ່ນໆ ທີ່ໃຊ້ເຂົ້າໃນຊີວິດປະຈໍາວັນ. ຕໍ່ກັບຄວາມສູນເສຍດັ່ງກ່າວທາງພາກ - ລັດ ອົງການປົກຄອງແຂວງຫຼວງນໍ້າທາ ຈີ່ງໄດ້ມີມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາສະບັບເລກທີ 206/ຄປຈຂ ລົງວັນທີ 10 ກັນຍາ 2024 ເພື່ອເປັນການປູກລະດົມຂົນຂວາຍແຕ່ລະພາກສ່ວນບໍ່ວ່າທາງພາກລັດ - ເອກະຊົນ, ນັກທຸລະກິດ, ຫ້າງຮ້ານ, ຕະຫຼອດຮອດອົງການຈັດຕັ້ງສາກົນ, ບັນດາປະເທດຕ່າງໆ ເຂົ້າຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ດ້ວຍຫຼາຍຊ່ອງທາງບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ.
    ທ່ານ ອ່ານທີ່ເຄົາລົບການສື່ສານຜ່ານລະບົບອອນລາຍໃນຍຸກປັດຈຸບັນແມ່ນມີບົດບາດສໍາຄັນຫຼາຍໃນການສ່ອງແສງຂໍ້ມຸນ ແລະ ໂພດຮູບພາບຕ່າງໆລົງເຟສບຸກ, ຢູທູບ ແລະ ອື່ນໆ ເຫັນວ່າມີຫຼາຍຂໍ້ມູນ, ຮູບພາບກໍມີຜົນປະໂຫຍດໃຫ້ແກ່ການຈັດຕັ້ງພັກ - ລັດ ຂອງພວກເຮົາ. ແຕ່ກົງກັນຂ້າມໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນ ຊາວຫຼວງນໍ້າທາພວກເຮົາພວມໂສກເສົ້າງ່ວມເຫງົາຕໍ່ກັບເຫດການອຸທົກກະໄພນໍ້າຖ້ວມຄັ້ງຍິ່ງໃຫຍ່ ແລະ ເປັນປະຫວັດສາດນີ້. ກໍຍັງມີພວກກຸ່ມຄົນບໍ່ຫວັງດີໄດ້ໂພດຂໍ້ຄວາມ ແລະ ຮູບພາບທີ່ບໍ່ມີມູນຄວາມຈີງລົງສື່ສັງຄົມອອນລາຍເປັນຈໍານວນຫຼາຍ. ເພື່ອຄົ້ນລົ້ມ ແລະ ທັບຖົມການຈັດຕັ້ງຊີ້ນໍາໆພາຂອງພັກ - ລັດເຮົາ. ດັ່ງນັ້ນ, ອົງການປົກຄອງແຕ່ລະຂັ້ນພາຍໃນແຂວງຫຼວງນໍ້າທາພວກເຮົາຈິ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວແຂວງຫຼວງນໍ້າທາທຸກທົ່ວໜ້າຈົ່ງເລືອກເຟັ້ນ ແລະ ໃຊ້ພິຈາລະຍາຍຢ່າງລະອຽດຖີ່ຖ້ວນໃນການບໍລິໂພກຂໍ້ມຸນຂ່າວ
ສານທີ່ຜ່ານທາງສື່ສັງຄົມອອນລາຍ, ຂໍ້ມຸນຂ່າວສານໂຕໃດທີ່ມີມຸນຄວາມຈີງ ແລະ ຂໍ້ມຸນໂຕໃດທີ່ບິດເບືອນຄວາມເປັນຈີງ.
    ໂອກາດນີ້, ທາງຄະນະນໍາອົງການປົກຄອງແຂວງ, ເມືອງ, ບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກພະຍຸໃຕ້ຝຸ່ນຢາກິ ຂໍສະແດງຄວາມຂອບອົກຂອບໃຈຢ່າງລົ້ນເຫຼືອ ແລະ ຂໍຈາລືກຄຸນງາມຄວາມດີມາຍັງອົງການຈັດຕັ້ງພັກ - ລັດ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການດ້ານທຸລະກິດຕ່າງໆຕະຫຼອດຮອດບຸກຄົນ, ນິຕິບຸກຄົນ ທີ່ໄດ້ທຸ້ມເທທຸກກໍາລັງວັງຊາເຂົ້າຊ່ວຍຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ບໍ່ວ່າຈະເປັນທາງດ້ານວັດຖຸປັດໃຈ, ເງິນຄໍາ ແລະ ກໍາລັງແຮງງານ ຫວັງຢ່າງຍິ່ງວ່າໂອກາດຕໍ່ໄປຈະໄດ້ຮັບການສະໜັບສະໜູນອຸ້ມຊູຊ່ວຍເຫຼືອນໍາສັງຄົມ ເພື່ອນໍາໄປບັນເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ. 
    (ຂຽນໂດຍ: ກູ່ລະສິນ ວິແຄລູ)