ໃນວັນທີ 18 ກັນຍາຜ່ານມານີ້, ທີ່ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ປະຈໍາແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບເງິນຊ່ວຍເຫຼືອຈາກອົງການປົກຄອງແຂວງຫຼວງພະບາງ ສປປ ລາວ ຈຳນວນ 1,000,000,000 ດົງ (ສະກຸນເງິນຫວຽດນາມ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນ 5 ແຂວງ ຂອງ ສສ ຫວຽດນາມ ຖືກຜົນກະທົບ ຈາກພາຍຸໄຕ້ຟຸນຢາກິ ຜັດຜ່ານ. ໃນນັ້ນ, ໄດ້ມອບໃຫ້ອົງການປົກຄອງແຂວງກວາງນິ່ງ 300,000,000 ດົ່ງ, ແຂວງເຊີນລາ 200,000,000 ດົ່ງ, ແຂວງທ້າຍຫງວຽນ 200,000,000 ດົ່ງ, ແຂວງລາວກ່າຍ 200,00,000 ດົ່ງ ແລະ ແຂວງອຽນບ້າຍ 100,000,000 ດົ່ງ ເພື່ອແບ່ງເບົາຄວາມທຸກໂສກຂອງປະຊາຊົນຜູ້ຖືກຜົນກະທົບ.
 ກ່າວມອບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ນາງ ກຽວ ທິຮັງຟຸກ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ປະຈໍາແຂວງຫຼວງພະບາງ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ. ຊຶ່ງເງິນທີ່ມອບໃນຄັ້ງນີ້ ໄດ້ຈາກການປະກອບສ່ວນຂອງທັງພາກລັດ, ເອກະຊົນ, ຜູ້ປະກອບການ ແລະ ປະຊາຊົນທົ່ວແຂວງຫຼວງພະບາງ.
 ໂອກາດນີ້, ທ່ານ ນາງ ກຽວ ທິຮັງຟຸກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອຄັ້ງນີ້ ແລະ ພ້ອມຈະປະສານສົມທົບ ຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບ ຈາກພາຍຸໄຕ້ຟຸນຢາກິໃຫ້ສອດຄ່ອງກັບຈຸດປະສົງ ຂອງອົງການປົກຄອງແຂວງຫຼວງພະບາງ ເພື່ອເສີມຂະຫຍາຍ ການພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ຢືນຍົງທະນົງແກ້ນຕະຫຼອດໄປ.
(ພາບ-ຂ່າວ: ທະນູສີນ ອິດທິພົນ)