ບໍລິສັດ ມີດີ ລາວ ຕັ້ງຢູ່ບ້ານໜອງທາເໝືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ນຳເອົານໍ້າດື່ມ ຈຳນວນ 30 ແພັກ ມາມອບໃຫ້ແກ່ໜັງສືພິມປະຊາຊົນ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງພາກເໜືອຂອງ ສປປ ລາວ ເພື່ອເປັນການປະກອບສ່ວນແບ່ງເບົາ ແລະ ເປັນຂວັນກຳລັງໃຈໃຫ້ຜູ້ປະສົບໄພນໍ້າຖ້ວມ.
ການມອບ-ຮັບດັ່ງກ່າວໄດ້ມີຂຶ້ນໃນວັນທີ 18 ກັນຍານີ້ ທີ່ສຳໜັກງານໜັງສືພິມປະຊາຊົນ ໂດຍ ແມ່ນຜູ້ຕາງໜ້າບໍລິສັດດັ່ງກ່າວເປັນຜູ້ກ່າວມອບ ແລະ ຕາງໜ້າໜັງພິມປະຊາຊົນ ຮັບໂດຍ ທ່ານ ນາງ ມາລາຄອນ ອູບຄຳ ຫົວໜ້າພະແນກ ຄຸ້ມຄອງໂຄສະນາ ແລະ ຈຳໜ່າຍ ໜັງສືພິມປະຊາຊົນ 
(ຂ່າວ-ພາບ:ສຳນານ)