ໂດຍ: ພູວັນ
    ໃນໜຶ່ງສົກຮຽນທີ່ຜ່ານມາພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ ແລະ ກິລາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນການສອບເສັງນັກຮຽນເກັ່ງໃນລະດັບ ນວ ແລະ ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ລາງວັນຕ່າງໆຈຳນວນຫຼາຍມີນັກຮຽນທີ່ໄດ້ຮັບໃບປະກາສະນີຍະບັດແດງທັງໝົດ 60 ຄົນ ຍິງ 49 ຄົນທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 6ຄົນໂດຍລວມເຫັນວ່າຄຸນນະພາບການສຶກສາດີຂຶ້ນເລື້ອຍໆ.
    ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ໄດ້ລາຍງານໃຫ້ຮູ້ໃນພິທີສະຫຼຸບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ສົກຮຽນ 2023-2024ເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນ 2023-2024 ທົ່ວ ນວ ມີໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານທັງໝົດ 413 ແຫ່ງ, ພາກລັດ 124 ແຫ່ງ, ເອກະຊົນ 289 ແຫ່ງເພີ່ມຂຶ້ນຈາກປີກາຍ 9 ແຫ່ງ, ມີຄູສອນທັງໝົດ 3.076ຄົນ, ມີນັກຮຽນທັງໝົດ 40.857 ຄົນ, ຍິງ 21.412 ເພີ່ມຂຶ້ນຈາກປີກາຍ 2.645 ຄົນ, ມີສູນການສຶກສາກ່ອນໄວຮຽນ 4 ແຫ່ງ, ຊັ້ນປະຖົມສຶກສາມີທັງໝົດ 532ແຫ່ງ, ໃນນີ້ມີໂຮງຮຽນລັດ 356ແຫ່ງ, ໂຮງຮຽນເອກະຊົນ 189ແຫ່ງ,ມີນັກຮຽນທັງໝົດ 80.992 ຄົນຍິງ 39.009 ຄົນ, ນັກຮຽນໂຮງຮຽນລັດ 43.121 ຄົນ, ນັກຮຽນໂຮງຮຽນເອກະຊົນ 37.871 ຄົນ, ມີຄູສອນທັງໝົດ 3.347ຄົນ ຍິງ 2.588 ຄົນ, ຄູລັດ1.662ຄົນ ຍິງ 1.180ຄົນ, ມີໂຮງຮຽນມັດທະຍົມສຶກສາທັງໝົດ 197ແຫ່ງ ມີນັກຮຽນ 86.715ຄົນຍິງ 43.670ຄົນ, ໃນນັ້ນມີໂຮງຮຽນເອກະຊົນ 90ແຫ່ງ, ມີນັກຮຽນ 21.877 ຄົນ ຍິງ 10.765 ຄົນ, ມີຄູສອນທັງໝົດ 3.903 ຄົນ ຍິງ 2.221 ຄົນ, ມີຄູລັດ 2.461 ຄົນ ຍິງ 1.437 ຄົນ, ສຳລັບການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບນວ ຊະນະເລີດລະດັບທີໜຶ່ງມີ 12 ຄົນ ຍິງ 6 ຄົນ,ຂັ້ນປ5 ມີ 4 ຄົນ ຍິງ 2 ຄົນ, ຂັ້ນມ4 ມີ 4 ຄົນ ຍິງ 4 ຄົນ,ຂັ້ນມ7 ມີ 4 ຄົນ, ນອກນັ້ນຍັງມີອັນດັບທີສອງ, ສາມ ແລະ ລາງວັນຊົມເຊີຍ, ຜົນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດນວ ໄດ້ສົ່ງນັກຮຽນເຂົ້າຮ່ວມການສອບເສັງລະດັບຊາດຈຳນວນ 8 ຄົນສາມາດຍາດໄດ້ລາງວັນຕ່າງໆດັ່ງນີ້:ອັນດັບທີ 1 (ໄດ້ຮັບຫຼຽນຄຳ, ເງິນລາງວັນຕ່າງຈຳນວນ 19.100.000ກີບ ແລະ ໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ) ມີຈຳນວນ 6ຄົນຍິງ4ຄົນໄດ້ແກ່ວິຊາພາສາລາວ-ວັນນະຄະດີຂັ້ນມ4), ຄະນິດສາດຂັ້ນມ4,ຟີຊິກສາດຂັ້ນມ4, ເຄມີສາດຂັ້ນ ມ4, ຟີຊິກສາດຂັ້ນ ມ7,ເຄມີສາດຂັ້ນ ມ7, ອັນດັບທີ 2 ໄດ້ຮັບຫຼຽນເງິນ, ເງິນລາງວັນຕ່າງຈຳນວນ15.3550.000 ກີບ ແລະ ໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາມີຈຳນວນ 1ຄົນຍິງ1ຄົນໄດ້ແກ່ວິຊາພາສາລາວ-ວັນນະຄະດີຂັ້ນ ມ7 ພ້ອມນັ້ນຍັງມີລາງວັນຊົມເຊີຍຈຳນວນໜຶ່ງ ພິເສດປີນີ້ນວ ສາມາດຍາດໄດ້ລາງວັນຊະນະເລີດຖາມຕອບວິທະຍາສາດລະດັບຊາດ.
    ທ່ານ ສົມພອນ ສອນດາລາ ກ່າວໃຫ້ຮູ້ອີກວ່າ: ສຳລັບການສອບເສັງຈົບຊັ້ນ ປ5ນັກຮຽນມີໜ້າສອບເສັງ 15.662ຄົນຍິງ7.586 ຄົນ, ສອບເສັງໄດ້ 15.650 ຄົນ ຍິງ 7.583ຄົນ ເທົ່າກັບ 99,92% ມີນັກຮຽນເສັງໄດ້ໃບປະກາດແດງ293 ຄົນ ຍິງ 192ຄົນ, ຊັ້ນມ4ນັກຮຽນມີໜ້າສອບເສັງຕົວຈິງ 11.906 ຄົນ ຍິງ5.899 ຄົນເສັງໄດ້ທັງໝົດ11.371 ຄົນ ຍິງ5.880 ຄົນ, ເສັງໄດ້ໃບປະກາດສະນິຍະບັດແດງ71 ຄົນຍິງ54 ຄົນທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 24 ຄົນ, ຊັ້ນ ມ7 ມີນັກຮຽນເຂົ້າສອບເສັງທັງໝົດ 9.352ຄົນ ຍິງ4.833ຄົນ, ເສັງໄດ້ທັງໝົດ9.350ຄົນ ຍິງ4.833ຄົນ ເທົ່າກັບ 99,98%, ນັກຮຽນທີ່ມີຄະແນນ 7 ຂຶ້ນໄປທຸກວິຊາລວມມີ 3.474ຄົນ, ຍິງ 2.161 ຄົນ ນັກຮຽນທີ່ໄດ້ຮັບໃບປະກາສະນີຍະບັດແດງທັງໝົດ 60 ຄົນ ຍິງ 49 ຄົນທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 6 ຄົນ. ໃນໜຶ່ງສົກຮຽນຜ່ານມາສະແດງໃຫ້ເຫັນວ່າ ພະແນກສຶກສາທິການ ແລະ ກິລາ ນວ ໄດ້ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ ແລະ ກິລາໃຫ້ດີຂຶ້ນເລື້ອຍໆ ສາມາດສ້າງນັກຮຽນເກັ່ງໃນລະດັບ ນວ ແລະ ນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ລາງວັນຕ່າງໆຈຳນວນຫຼາຍ ເຮັດໃຫ້ມີນັກຮຽນທີ່ໄດ້ຮັບໃບປະກາສະນີຍະບັດແດງເພີ່ມຂຶ້ນ ສະແດງໃຫ້ເຫັນເຖິງສັງຄົມມີຄວາມເຊື່ອໝັ້ນຕໍ່ຂະແໜງການສຶກສາຂອງລາວໄດ້ເປັນຢ່າງດີ.