ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ໃນ 6 ເດືອນທ້າຍປີ 2024, ກະຊວງຖະແຫຼງຂ່າວ ແລະ ການສື່ສານຈະສຸມໃສ່ຍູ້ແຮງການຫັນເປັນດີຈີຕອນແຫ່ງຊາດ.
ຂ່າວລະບຸວ່າ: ກ່າວຄຳເຫັນໃນກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ແລະ ການສື່ສານໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2024 ທີ່ໄດ້ດຳເນີນໃນວັນທີ 29 ກໍລະກົດ ຜ່ານມາຢູ່ນະຄອນໂຮ່ຈິມິນ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ເນັ້ນໜັກວ່າ: ໜ້າທີ່ນັບແຕ່ປັດຈຸບັນຮອດທ້າຍປີ ແມ່ນສຸມໃສ່ຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສ້າງສັງຄົມດີຈີຕອນ. ບົດລາຍງານສະຫຼຸບຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ໃນ 6 ເດືອນທ້າຍປີ 2024, ລາຍຮັບທົ່ວຂະແໜງຖະແຫຼງຂ່າວ ແລະ ການສື່ສານບັນລຸກວ່າ 2 ລ້ານຕື້ດົງ, ເທົ່າກັບ 79 ຕື້ໂດລາ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ຄາດວ່າບັນລຸ 50% ແຜນການປີ 2024. ໄລ່ຮອດເດືອນມິຖຸນາປີ 2024, ຍອດຈຳນວນແຮງງານທົ່ວຂະແໜງບັນລຸກວ່າ 1,5 ລ້ານຄົນ, ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ຕາມກະຊວງຖະແຫຼງຂ່າວ ແລະ ການສື່ສານແລ້ວ, 6 ເດືອນທ້າຍປີ 2024, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຈະສຸມໃສ່ຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ.