ໃນວັນທີ 19 ກັນຍານີ້,ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ໄປເຄື່ອນໄຫວຕິດຕາມຊຸກຍູ້ ການແກ້ໄຂຜົນກະທົບ ພາຍຫຼັງທີ່ເກີດໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ, ໂດຍມີການນໍາ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ຮ່ວມເຄື່ອນໄຫວຕິດຕາມກວດກາພື້ນທີ່ຕົວຈິງຢູ່ເຂດບ້ານຕ່າງໆ ທີ່ໄດ້ຮັບຜົນກະທົບ.
ຈຸດປະສົງ ເພື່ອຕິດຕາມຊຸກຍູ້ ການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ໂດຍສະເພາະການຊ່ວຍເຫຼືອປະຊາຊົນດ້ານຕ່າງໆ ເປັນຕົ້ນການຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ, ການຕິດຕາມເບິ່ງແຍງດູແລສຸຂະພາບ ແລະ ສຸຂະອະນາໄມຂອງປະຊາຊົນ ກໍຄືຜູ້ປະສົບໄພ; ການປັບປຸງ, ສ້ອມແປງໂຄງລ່າງພື້ນຖານ ເສັ້ນທາງ, ຂົວ, ລະບົບຊົນລະປະທານ, ລະບົບນໍ້າປະປາ, ສຳນັກງານຫ້ອງການ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ໃຫ້ສາມາດກັບມານໍາໃຊ້ໄດ້ເປັນປົກກະຕິໂດຍໄວ. 
ໃນໂອກາດເຄື່ອນໄຫວຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ພົບປະໂອ້ລົມໃຫ້ກຳລັງໃຈ ຜູ້ປະສົບໄພນໍ້າຖ້ວມ ຢູ່ເທດສະບານແຂວງຫຼວງນ້ຳທາຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ