ໃນວັນທີ 20 ກັນຍາ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫຼິວ ໂຢງ, ຮອງເຈົ້າແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ກັນຍາ 2024.
ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຮອງເຈົ້າແຂວງຢູນນານ ທີ່ໄດ້ນຳພາຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ; ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ ສປ ຈີນ ຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງເປັນການປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ; ສໍາລັບ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢູນນານ ໄດ້ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ເປັນຕົ້ນ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການລົງທຶນພັດທະນາເຂດເສດຖະກິດບໍ່ເຕ່ນ-ບໍ່ຫານ, ເຂດອຸດສາຫະກຳກວມລວມໄຊເສດຖາ ແລະ ການພັດທະນາທາງດ່ວນ ລາວ-ຈີນ, ການທ່ອງທ່ຽວ, ການຄ້າ, ກະສິກໍາ, ອຸດສາຫະກໍາ, ການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ; ຖືໂອກາດນີ້; ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມເຫັນອົກເຫັນໃຈເປັນຢ່າງຍິ່ງ ຕໍ່ປະຊາຊົນຈີນ ຜູ້ທີ່ໄດ້ຮັບຜົນກະທົບໄພພິບັດທາງທໍາມະຊາດ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແລະ ແຂວງຢູນນານ ສືບຕໍ່ຮ່ວມມືກັນທາງດ້ານຕ່າງໆ ເປັນຕົ້ນ ຖືເອົາທິດຊີ້ນຳຂອງການຕົກລົງເປັນເອກະພາບ ຂອງສອງເລຂາທິການໃຫຍ່ ເພື່ອຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຈິງ ໃນແຕ່ລະອັນ; ຮ່ວມກັນຄົ້ນຄວ້າ ວາງແຜນພັດທະນາ ແລະ ນໍາໃຊ້ດິນໂຄງການທາງລົດໄຟລາວ-ຈີນ ທີ່ເປັນໂຄງການຮ່ວມມືລະດັບຊາດ ແລະ ປະຫວັດສາດຂອງສອງປະເທດ ໃຫ້ເກີດຜົນປະໂຫຍດສູງ; ເອົາໃຈໃສ່ຊຸກຍູ້ການຄ້າຂອງສອງຝ່າຍ ທັງການຄ້າສາກົນ, ການຄ້າຜ່ານລະບົບເອເລັກໂຕຣນິກ ແລະ ການຄ້າຊາຍແດນ; ສົ່ງເສີມນັກລົງທຶນຂອງແຂວງຢຸນນານ ທີ່ມີທ່າແຮງດ້ານທຶນຮອນ ແລະ ປະສົບການ ມາລົງທຶນຢູ່ລາວ ໃຫ້ເພີ່ມຂຶ້ນ ເປັນຕົ້ນ ດ້ານພະລັງງານທີ່ເປັນມິດກັບສິ່ງແວດລ້ອມ, ດ້ານການບໍລິການ, ການທ່ອງທ່ຽວ, ການປຸງແຕ່ງຜະລິດຕະພັນກະສິກໍາ ທີ່ຕະຫຼາດຕ້ອງການ; ສ້າງເງື່ອນໄຂອໍານວຍຄວາມສະດວກໃນການສົ່ງສິນຄ້າກະສິກຳຂອງລາວ ໄປຍັງຈີນ, ລວມທັງ ສິນຄ້າກະສິກຳອື່ນໆ ທີ່ລາວມີທ່າແຮງ; ສືບຕໍ່ລົງທຶນກໍ່ສ້າງໂຄງລ່າງພື້ນຖານ ດ້ວຍຮູບແບບບີໂອທີ ເຊັ່ນ: ໂຄງການທາງດ່ວນ ເຊື່ອມຕໍ່ລະຫວ່າງ ລາວ ກັບ ຈີນ (ຫຼື ທາງດ່ວນ ວຽງຈັນ-ບໍ່ເຕ່ນ), ທາງດ່ວນ ບໍ່ເຕ່ນ-ຫ້ວຍຊາຍ ແລະ ໂຄງການອື່ນໆ; ປີ 2024 ເປັນປີທ່ອງທ່ຽວລາວ ໃຫ້ຮ່ວມກັນຊຸກຍູ້ໃຫ້ການທ່ອງທ່ຽວ ລະຫວ່າງ ແຂວງ ຢຸນນານ ກັບ ສປປ ລາວ ມີບັນຍາກາດໃໝ່; ໃຫ້ແຂວງຢຸນນານ ມີກົນໄກຮ່ວມມືກັບບັນດາແຂວງພາກເໜືອຂອງ ສປປ ລາວ ໃນການຮ່ວມມືກັນຮອບດ້ານ.
ໃນໂອກາດດຽວກັນ, ທ່ານ ຮອງເຈົ້າແຂວງຢູນນານ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ໄດ້ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ໄດ້ຮັບຊາບກ່ຽວກັບສະພາບການຮ່ວມມື ລະຫວ່າງ ແຂວງຢູນນານ ແລະ ສປປ ລາວ ໃນໄລຍະຜ່ານມາ, ລວມທັງ ແຜນການຮ່ວມມືໃນຕໍ່ໜ້າ; ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ແຂວງຢູນນານ ສປ ຈີນ ກັບ ສປປ ລາວ ທັງເປັນການສືບຕໍ່ຊຸກຍູ້ຜັນຂະຫຍາຍແນວຄວາມຄິດລິເລີ່ມ ການສ້າງໜຶ່ງແລວໜຶ່ງເສັ້ນທາງ ໃຫ້ໄດ້ຮັບໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ ແລະ ຊ່ວຍຊຸກຍູ້ໂຄງການຮ່ວມມື, ລວມທັງ ຜົນການເຮັດວຽກຮ່ວມກັບຂະແໜງການ ແລະ ພາກສ່ວນກ່ຽວ ຂ້ອງ ຂອງ ສປປ ລາວ; ໄດ້ແຈ້ງເຈດຈໍານົງການນໍາແຂວງຢູນນານ ແລະ ປະຊາຊົນຊາວແຂວງຢູນນານ ຈະໃຫ້ການຊ່ວຍເຫຼືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ ໃນໄລຍະຜ່ານມາ ເປັນເງິນຈໍານວນ 300.000 ຢວນ (ສະກຸນເງິນຈີນ).
(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)