ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ  ໄດ້ຕ້ອນຮັບຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ  ນຳໂດຍ ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ຫົວໜ້າຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດລາວ, ໃນວັນທີ 23 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດທີ່ ທ່ານພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-25 ກັນຍານີ້.
     ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ພົບປະກັບ ບັນດາສະຫາຍອີກຄັ້ງໜຶ່ງ ພາຍຫຼັງທີ່ໄດ້ພົບກັນຢູ່ ຮ່າໂນ້ຍ, ໃນໂອກາດທີ່ໄປຢ້ຽມຢາມ ລັດຖະກິດ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໃນຕົ້ນເດືອນກັນຍາຜ່ານມານີ້, ຂ້າພະເຈົ້າມີຄວາມອົບອຸ່ນໃຈ ທີ່ເຫັນບັນດາ ລຸງ, ປ້າ, ອ້າຍ, ອາວ ທີ່ຍັງແຂງແຮງ ແລະ ໄດ້ຍາດເວລາກັບມາຢ້ຽມຢາມ ລາວ, ແລະ ໄປຢ້ຽມຢາມສະຖານທີ່ ປະຫວັດ ສາດ ແລະ ພົບປະກັບເພື່ອນມິດສະຫາຍທີ່ເຄີຍເຄື່ອນໄຫວ, ຮ່ວມວຽກຮ່ວມງານນໍາກັນໃນເມື່ອກ່ອນ. ແລະ ໃນໂອກາດນີ້ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມສາມັກຄີ ຮັກແພງ ແລະ ຄວາມຄິດຮອດຄິດເຖິງ ຜ່ານບັນດາ ສະຫາຍ ໄປຍັງອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກໍຄືຄະນະປະສານງານທັງໝົດ ໃນທົ່ວປະເທດ, ຂ້າພະເຈົ້າເຊື່ອໝັ້ນວ່າການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະໃນເທື່ອນີ້ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ແລະ ເນື່ອງໃນໂອກາດຄົບຮອບ 75 ປີຂອງວັນທະຫານອາສາສະໝັກຫວຽດນາມໃນລາວ ແລະ ເດືອນທັນວາ ຈະມາເຖິງນີ້ ຈະເປັນວັນສ້າງຕັ້ງກອງທັບ ປະຊາຊົນຫວຽດນາມ ວິລະຊົນ ຄົບຮອບ 80 ປີ, ຂໍອວຍພອນລ່ວງໜ້າມານະໂອກາດນີ້ຢ່າງສຸດໃຈ ແລະ ອວຍພອນໃຫ້ ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສໍາເລັດທຸກປະການ.ອວຍພອນໃຫ້ບັນດາສະຫາຍຈົ່ງຢ້ຽມຢາມ ສປປ ລາວຢ່າງເບີກບານມ່ວນຊື່ນ, ປະສົບຜົນສໍາເລັດຕາມຈຸດປະສົງຄາດໝາຍ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ.
    ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍເລຂາທິການໃຫຍ່ ທີ່ໄດ້ໃຫ້ການຕ້ອນຮັບຢ່ງອົບອຸ່ນ, ພ້ອມນີ້  ຍັງໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ສະຫາຍເລຂາທິການໃຫຍ່ ໄດ້ຮັບຊາບອີກດ້ວຍ. (ຂ່າວ-ພາບ: ສຳນານ)