ວັນທີ 30 ກັນຍານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຢາມິລາ ເປນາ ໂອເຈດາ (Mrs Yamila Pena Ojeda) ກໍາມະການສູນກາງພັກກອມມູນິດ ສ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກູບາ,  ເນື່ອງໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ລະຫ່ວາງ ວັນທີ 28 ກັນຍາຫາວັນທີ 1 ຕຸລາ 2004.
    ທ່ານເລຂາທິການໃຫຍ່, ໄດ້ສະແດງຄວາມຊົມເຊີຍຍິນດີຕ້ອນຮັບພ້ອມທັງຕີລາຄາສູງຕໍ່ ທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ກູບາ ແລະ ຄະນະທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ນັບວ່າເປັນບາດກ້າວອັນສໍາຄັນຕໍ່ການເພີ່ມພູນຄູນສ້າງເສີມຂະຫຍາຍສາຍພົວພັນມິດຕະພາບ ຖານສະຫາຍອ້າຍນ້ອງ ແລະ ການຮ່ວມມືອັນມີມູນເຊື້ອທີ່ດີງາມ ລະຫ່ວາງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
    ທ່ານ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ກູບາ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງທ່ານເລຂາທິການໃຫຍ່ໃນຄັ້ງນີ້ ພ້ອມທັງລາຍງານສະພາບການຮ່ວມມື ແລະ ການເຄື່ອນໄຫວວຽກງານອົງການໄອຍະການປະຊາຊົນຂອງສອງປະເທດ ສ ກູບາ - ສປປ ລາວ ໃນໄລຍະຜ່ານມາໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.
    ສະຫາຍເລຂາທິການໃຫຍ່ ຍັງໄດ້ອວຍພອນໃຫ້ທ່ານຫົວໜ້າອົງການໄອຍະການສູງສຸດ ສ ກູບາ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫັວດດີພາບ.
ຂ່າວ: ອອປສ