ໃນວັນທີ 30 ກັນຍາ ນີ້ ທີ່ ສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈາກ 3 ປະເທດ ເພື່ອດໍາລົງຕໍາແໜ່ງ ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ. ພ້ອມນັ້ນ, ກໍໄດ້ມອບສານຕາຕັ້ງ ໃຫ້ແກ່ບັນດາທູດແຕ່ງຕັ້ງຂອງ ສປປ ລາວ 2 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ ຊຶ່ງມີລາຍລະອຽດດັ່ງນີ້:
ທ່ານ ປະທານປະເທດ ໄດ້ຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຫງວຽນ ມິງ ເຕິມ (Nguyen Minh Tam) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ; ໄດ້ຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ມາກ ການລາເຮີ (Mark Gallagher) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສະຫະພາບ ເອີຣົບ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ ໄດ້ຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ດາບາ ເດເບເລ່ ຮຸນເດ (DABA DEBELE HUNDE) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສະຫະພັນ ເອທິໂອປີ ປະຈໍາ ສປປ ລາວ, ມີສຳນັກງານຕັ້ງຢູ່ ໂຕກຽວ ປະເທດຍີ່ປຸ່ນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ບັນດາທູດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້; ພ້ອມທັງ, ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງບັນດາທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງ ຈົນເຖິງການໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ເສີມຂະຫຍາຍການຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ຂະແໜງການອື່ນໆທີ່ມີທ່າແຮງນຳກັນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ຮ່ວມກັນລົງນາມ ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ກໍສະເໜີໃຫ້ບັນດາທູດ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. 
ທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍແຜນການພັດທະນາແບບຍືນຍົງຂອງອົງການ ສປຊ ໃນປີ 2030. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສະແດງຄວາມຫວັງວ່າ ບັນດາທ່ານທູດຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ, ອວຍພອນໃຫ້ບັນດາທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ .
ໂອກາດດຽວກັນ, ບັນດາທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມຂອງ ທ່ານ ປະທານປະເທດ ແຫ່ງ ສປປ ລາວ; ພ້ອມທັງ, ສະແດງຄວາມໝາຍໝັ້ນຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ສືບຕໍ່ປະກົດຜົນເປັນຈິງ ແລະ ມີປະສິດທິຜົນສູງສຸດ ເພື່ອນຳເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນຂອງທັງສອງປະເທດ.
ໃນວັນດຽວກັນ, ທ່ານ ປະທານປະເທດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ບັນດາທູດແຕ່ງຕັ້ງຂອງ ສປປ ລາວ ເພື່ອໄປປະຈຳຢູ່ຕ່າງປະເທດ 2 ທ່ານ ຄືມອບສານຕາຕັ້ງໃຫ້ ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳຫ້ອງການສະຫະປະຊາຊາດ ແລະ ການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ, ທັງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະວິດ ພ້ອມທັງ ຮັບຜິດຊອບປະເທດ ອິຕາລີ, ເກຣັກ, ລິດເຕິນສະຕາຍ, ມານຕາ, ຕວັກກີ ແລະ ປະເທດ ໄຊປຣັດ; ມອບສານຕາຕັ້ງໃຫ້ ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ.
ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານທູດທັງ 2 ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ແລະ ໃຫ້ເອົາໃຈໃສ່ປະກອບສ່ວນສຸມທຸກເຫື່ອແຮງຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນຂອງຄະນະຜູ້ແທນຂັ້ນສູງ, ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງສຸດ, ສືບຕໍ່ຍາດແຍ່ງເອົາການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນ, ຍົກສູງວຽກໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ຮັບໜ້າທີ່ເປັນປະທານອາຊຽນ ທັງເປັນປີທ່ອງທ່ຽວລາວ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)