ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XIX ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 - 5 ຕຸລາ ນີ້ ທີ່ ນະຄອນຫຼວງປາຣີ ຕາມການເຊື້ອເຊີນ ຂອງ ທ່ານ ເອມານູແອນ ມາຄຼົງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ຂຶ້ນກ່າວຄຳເຫັນໂດຍເນັ້ນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງນີ້ ພາຍໃຕ້ຫົວຂໍ້ “ການສ້າງສັນ, ການປະດິດສ້າງ ແລະ ການດຳເນີນທຸລະກິດດ້ວຍພາສາຝຣັ່ງ” ທີ່ມີຄວາມສຳຄັນ ແລະ ສອດຄ່ອງກັບທ່າອ່ຽງຂອງໂລກໃນປັດຈຸບັນ, ດ້ວຍຄວາມພະຍາຍາມ ສົ່ງເສີມການຮ່ວມມື ເພື່ອການພັດທະນາແບບຍືນຍົງ; ລຶບລ້າງຄວາມທຸກຍາກ, ຄວາມບໍ່ສະເໝີພາບ ແລະ ຄວາມແຕກໂຕນດ້ານການພັດທະນາ; ຮັບມືກັບສິ່ງທ້າທາຍການປ່ຽນແປງດິນຟ້າອາກາດ ແລະ ກ້າວໄປສູ່ການຫັນເປັນດີຈີຕອນ, ຄຽງຄູ່ກັບການສົ່ງເສີມການໃຊ້ພາສາຝຣັ່ງ ໃຫ້ກວ້າງຂວາງ ໃນລະດັບພາກພື້ນ ແລະ ສາກົນ.

ທ່ານປະທານປະເທດ ຍັງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການປະຕິບັດນະໂຍບາຍການເຕີບໂຕແບບສີຂຽວ ແລະ ການພັດທະນາແບບຍືນຍົງ, ຄຽງຄູ່ກັບການປົກປັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ພ້ອມດຽວກັນນີ້, ຍັງໄດ້ສະແດງຄວາມຍິນດີເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກຂອງອົງການຝຣັງໂກໂຟນີສາກົນ ໃນຂົງເຂດການສຶກສາ, ການແລກປ່ຽນວັດທະນະທຳ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານສະອາດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ແນໃສ່ເພື່ອສົ່ງເສີມໃຫ້ມີການແລກປ່ຽນບົດຮຽນ, ການຖ່າຍທອດເຕັກໂນໂລຊີ, ການສ້າງວຽກເຮັດງານທຳໃຫ້ຊາວໜຸ່ມ ກໍຄື ເພື່ອສົ່ງເສີມໃຫ້ມີການນໍາໃຊ້ພາສາຝຮັ່ງ ໃນການຕິດຕໍ່ພົວພັນທຸລະກິດໃຫ້ຫຼາຍຂຶ້ນ.

ນອກຈາກນີ້, ທ່ານປະທານປະເທດ ຍັງໄດ້ຍົກໃຫ້ເຫັນຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການສົ່ງເສີມການຮຽນ - ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ ສປປ ລາວ ແລະ ສະເໜີໃຫ້ອົງການຝຣັງໂກໂຟນີສາກົນ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ບັນດາປະເທດສະມາຊິກ ກໍຄື ສປປ ລາວ ໃນການສົ່ງເສີມການຮຽນ - ການສອນ ແລະ ການນຳໃຊ້ພາສາຝຣັ່ງ ໃຫ້ກວ້າງຂວາງຕື່ມ, ພ້ອມທັງສະເໜີໃຫ້ບັນດາປະເທດສະມາຊິກຂອງອົງການດັ່ງກ່າວ ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື ເພື່ອສ້າງໂລກແຫ່ງສັນຕິພາບ, ຈະເລີນຮຸ່ງເຮືອງ, ຍຸຕິທຳ ແລະ ສີວິໄລຂອງມວນມະນຸດ.

ຄຽງຄູ່ກັບການເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ, ທ່ານປະທານປະເທດ ຍັງໄດ້ພົບປະສອງຝ່າຍກັບ ທ່ານປະທານາທິບໍດີຝຣັ່ງ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ - ສ ຝຣັ່ງ, ແລະ ໄດ້ພົບປະສອງຝ່າຍກັບທ່ານປະທານປະເທດ ຫວຽດນາມ ເພື່ອເສີມຂະຫຍາຍການຮ່ວມມື. ນອກຈາກນີ້, ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລຸກ ເລີມົງ ປະທານບໍລິສັດໄຟຟ້າຝຣັ່ງ (Electricité de France) ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນດ້ານພະລັງງານສະອາດ ແລະ ໄດ້ພົບປະໂອ້ລົມກັບຄົນເຊື້ອຊາດລາວ ທີ່ອາໄສຢູ່ປະເທດຝຣັ່ງ.

ອົງການຝຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນ ສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ ຊຶ່ງຖືກສ້າງຕັ້ງຂຶ້ນໃນວັນທີ 20 ມີນາ 1970, ໂດຍມີຈຸດປະສົງເພື່ອສົ່ງເສີມການສຶກສາ, ການຝຶກອົບຮົມວິຊາຊີບ ແລະ ເຕັກນິກ; ການພັດທະນາແບບຍືນຍົງ, ການຮັກສາສັນຕິພາບ, ການເຄົາລົບປະຊາທິປະໄຕ ແລະ ສິດທິມະນຸດ; ແລະ ການເຄົາລົບຄວາມຫຼາກຫຼາຍທາງດ້ານວັດທະນະທຳ ໃນບັນດາປະເທດສະມາຊິກ. ປັດຈຸບັນ, ອົງການ OIF ມີສະມາຊິກທັງໝົດ 88 ປະເທດ (54 ປະເທດສະມາຊິກສົມບູນ, 7 ປະເທດສະມາຊິກສົມທົບ ແລະ 27 ປະເທດສະມາຊິກສັງເກດການ) ທີ່ຢູ່ໃນ 5 ທະວີບຂອງໂລກ ແລະ ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.

ກອງປະຊຸມສຸດຍອດຝຣັງໂກໂຟນີ ແມ່ນເວທີປຶກສາຫາລື ໃນລະດັບສູງສຸດຂອງອົງການ OIF, ໂດຍແມ່ນຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງຈັດຂຶ້ນທຸກສອງປີ, ໂດຍບັນດາປະເທດສະມາຊິກຂອງອົງການ OIF ໄດ້ມີການຜັດປ່ຽນກັນເປັນເຈົ້າພາບ ແລະ ໄດ້ມີກຳນົດຫົວຂໍ້ໃນແຕ່ລະໄລຍະ. ຈຸດປະສົງຂອງກອງປະຊຸມສຸດຍອດດັ່ງກ່າວ ແມ່ນເພື່ອພິຈາລະນາບັນຫາສຳຄັນ ເຊັ່ນ: ການເປັນສະມາຊິກ, ການກຳນົດທິດທາງແຜນການຮ່ວມມື, ແຜນຍຸດທະສາດ, ບັນດາຍັດຕິທີ່ສຳຄັນຕ່າງໆ ແລະ ການເລືອກຕັ້ງເອົາເລຂາທິການໃຫຍ່ຂອງອົງການ OIF.

ໃນຖານະເປັນສະມາຊິກສົມບູນຂອງອົງການ OIF ນັບແຕ່ປີ 1991 ເປັນຕົ້ນມາ, ສປປ ລາວ ໄດ້ແຕ່ງຕັ້ງຄະນະຜູ້ແທນຂອງຕົນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ແລະ ກອງປະຊຸມສຳຄັນອື່ນໆຂອງອົງການ OIF ຢ່າງເປັນປົກກະຕິ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ມີການຮ່ວມມືກັບອົງການດັ່ງກ່າວ ໃນຫຼາຍຂົງເຂດວຽກງານ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການຄ້າ, ການທ່ອງທ່ຽວ, ສື່ມວນຊົນ ແລະ ເຕັກໂນໂລຊີ ດີຈີຕອນ.

ຂ່າວ: ກະຊວງການຕ່າງປະເທດ