ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ຕຸລາ ຜ່ານມາ, ກະຊວງການຕ່າງປະເທດກຳປູເຈຍປະກາດວ່າ:ກຳປູເຈຍຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດຟຣັງໂກໂຟນີ (Francophonie Summit) ຄັ້ງທີ 20 ໃນປີ 2026 ຊຶ່ງແມ່ນເວທີປາໄສເພື່ອແນໃສ່ເພີ່ມທະວີບົດບາດຂອງພາສາຝຣັ່ງ.
ອົງການຈັດຕັ້ງສາກົນ ສຳລັບບັນດາປະເທດທີ່ໃຊ້ພາສາຝຣັ່ງ (OIF) ແມ່ນອົງການທີ່ຊຸກຍູ້ການຮ່ວມມືຫຼາຍຝ່າຍລະຫວ່າງບັນດາປະເທດທີ່ເວົ້າພາສາຝຣັ່ງ ຊຶ່ງປະກອບດ້ວຍສະມາຊິກຈາກປະເທດ ແລະເຂດແຄ້ວນ 88 ແຫ່ງ.
ອົງການດັ່ງກ່າວຄາດຄະເນວ່າມີຈຳນວນຜູ້ເວົ້າພາສາຝຣັ່ງ321 ລ້ານຄົນ ໃນທົ່ວ 5 ທະວີບ ຊຶ່ງຖືເປັນພາສາທີ່ເວົ້າຫຼາຍທີ່ສຸດເປັນອັນດັບ 5 ໃນໂລກ.