ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ຕຸລາ ຜ່ານມາ, ຂໍ້ມູນຈາກສໍານັກງານສະຖິຕິຂອງ ສ ເກົາຫຼີຄາດຄະເນວ່າ: ການຜະລິດເຂົ້າຂອງປະເທດອາດຈະຫຼຸດລົງ 1.2% ໃນປີ 2024 ເນື່ອງຈາກເນື້ອທີ່ປູກຝັງຫຼຸດລົງ.
ຫ້ອງການດັ່ງກ່າວຄາດວ່າ: ໃນປີ 2024ສ ເກົາຫຼີອາດຈະຜະລິດເຂົ້າ ຊຶ່ງເປັນອາຫານຫຼັກຂອງປະຊາກອນໃນປະເທດ ໄດ້ທັງໝົດ 3,657,000 ໂຕນ, ຫຼຸດລົງ 1.2% ເມື່ອທຽບໃສ່ 3,702,000 ໂຕນໃນປີ 2023 ແລະ ສະແດງໃຫ້ເຫັນທ່າອ່ຽງການຫຼຸດລົງຢ່າງຕໍ່ເນື່ອງເປັນປີທີ 3 ຕິດຕໍ່ກັນ.
ການຜະລິດເຂົ້າທີ່ຫຼຸດລົງແມ່ນຍ້ອນເນື້ອທີ່ປູກເຂົ້າຫຼຸດລົງຢ່າງຕໍ່ເນື່ອງ. ໂດຍຂະໜາດຂອງທົ່ງນາໃນທົ່ວ ສ ເກົາຫຼີໄດ້ຫຼຸດລົງ 1.5% ໃນປີທີ່ຜ່ານມາເຫຼືອ697,714 ເຮັກຕາໃນປີ 2024ຊຶ່ງຖືວ່າເປັນປະລິມານທີ່ໜ້ອຍທີ່ສຸດນັບຕັ້ງແຕ່ ສ ເກົາຫຼີເລີ່ມເກັບກຳຂໍ້ມູນທີ່ກ່ຽວຂ້ອງໃນປີ 1965.
ການບໍລິໂພກເຂົ້າພາຍໃນ ສ ເກົາຫຼີໄດ້ຫຼຸດລົງໃນໄລຍະຫຼາຍທົດສະວັດທີ່ຜ່ານມາ. ເນື່ອງຈາກ ພຶດຕິກຳການກິນອາຫານທີ່ປ່ຽນແປງໄປໂດຍການບໍລິໂພກເຂົ້າຕໍ່ຫົວຄົນໃນປີ 2023 ສະເລ່ຍ 56.4 ກິໂລກຣາມ, ຖືເປັນປະລິມານທີ່ນ້ອຍທີ່ສຸດນັບແຕ່ເລີ່ມເກັບກຳຂໍ້ມູນທີ່ກ່ຽວຂ້ອງໃນປີ 1962.