ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມຂໍ້ມູນຈາກກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວປະກາດເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 1,3 ລ້ານເທື່ອຄົນ ໃນເດືອນກັນຍາ. ຈຳນວນນັກທ່ອງທ່ຽວສາກົນທັງໝົດທີ່ມາທ່ຽວ ຫວຽດນາມ ໃນ 9 ເດືອນຜ່ານມາບັນລຸຫຼາຍກວ່າ 12,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລາຍຮັບຈາກການທ່ອງທ່ຽວໃນ 9 ເດືອນຂອງປີ 2024 ນີ້ ຄາດວ່າຈະບັນລຸ 45.600 ຕື້ດົງ, ເພີ່ມຂຶ້ນ 16.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂ່າວລະບຸວ່າ: ກ່ຽວກັບຂອບຂະໜາດການຕະຫຼາດ, ສ ເກົາຫຼີ ສືບຕໍ່ແມ່ນຕະຫຼາດທີ່ມີຈຳນວນນັກທ່ອງທ່ຽວມາ ຫວຽດນາມ ຫຼາຍທີ່ສຸດໃນ 9 ເດືອນຜ່ານມາ ກວມເອົາ 26.5%. ຖັດມາແມ່ນ ຈີນ ກວມເອົາ 21.3%. ນອນໃນກຸ່ມ 10 ຕະຫຼາດໃຫຍ່ທີ່ສຸດຂອງການທ່ອງທ່ຽວ ຫວຽດນາມ ຍັງມີ ອົສຕຣາລີ, ອິນເດຍ, ກຳປູເຈຍ ແລະ ໄທ.