ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ລາຍຮັບຈາກຄອງ ຊູແອດ (Suez) ໄດ້ຫຼຸດລົງ 60%, ໃນຂະນະທີ່ຈຳນວນກຳປັ່ນເດີນຜ່ານເສັ້ນທາງທະເລທີ່ເຊື່ອມຕໍ່ ອາຊີ ກັບ ເອີຣົບ ໄດ້ຫຼຸດລົງ 49% ນັບແຕ່ຕົ້ນປີ 2024, ຍ້ອນຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນຢູ່ເຂດທະເລແດງ. ນີ້ແມ່ນຂໍ້ມູນທີ່ ທ່ານ ໂອຊາມາ ຣາບີ ປະທານອົງການຄຸ້ມຄອງ ຄອງຊູແອດ (SCA) ຍົກອອກມາເມື່ອບໍ່ດົນມານີ້.
ຂ່າວລະບຸວ່າ: ທ່ານ ໂອຊາມາ ຣາບີ ໃຫ້ຮູ້ວ່າ: ສະພາບການໃນປັດຈຸບັນ ແລະ ບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຢູ່ເຂດທະເລແດງ ໄດ້ເຮັດໃຫ້ບັນດາບໍລິສັດກຳປັ່ນຊອກຫາເສັ້ນທາງເດີນເຮືອປ່ຽນແທນ ແລະ ຫຼີກລ່ຽງການຂົນສົ່ງຜ່ານຄອງຊູແອດ. ສິ່ງນີ້ເຮັດໃຫ້ລາຍຮັບຈາກຄອງຊູແອດຂອງ ເອຢິບ ຫຼຸດລົງ 9.4 ຕື້ໂດລາ ໃນປີການເງິນ 2022/2023 ລົງເຫຼືອພຽງ 7.2 ຕື້ໂດລາ ໃນປີການເງິນ 2023/2024. ຄອງຊູແອດແມ່ນເສັ້ນທາງເດີນເຮືອທີ່ສຳຄັນເຊື່ອມຕໍ່ພາກພື້ນມະຫາສະໝຸດ ເມດີເຕຣາເນຍ ກັບ ທະເລແດງ, ກວມເອົາປະມານ 12% ປະລິມານສິນຄ້າຂົນສົ່ງທາງທະເລໃນທົ່ວໂລກ.