ຂ່າວຕ່າງປະເທດລາຍງານວ່າ: 2 ນັກວິທະຍາສາດ ໄດ້ຮັບລາງວັນໂນແບລສາຂາຟີຊິກສາດປີ 2024 ຈາກຜົນງານການວາງຮາກຖານການເຮັດ Machine Learning ຊຶ່ງຊ່ວຍໃຫ້ປັນຍາປະດິດ (AI) ສາມາດຮຽນຮູ້ດ້ວຍຕົນເອງ.
ໃນວັນທີ 8 ຕຸລາ ຜ່ານມາ, ວິທະຍາໄລວິທະຍາສາດ ຂອງຊູແອດ (Sweden)ໄດ້ຈັດກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງສະຕອກໂຮມ ປະກາດມອບລາງວັນໂນແບລ ສາຂາຟີຊິກສາດ ປະຈຳປີ 2024 ໃຫ້ແກ່ທ່ານສາດສະດາຈານ ເຈບຟຣີ ຮິນຕັນແລະທ່ານສາດສະດາຈານ ຈອນ ຮັອບຟິລ, 2 ນັກວິທະຍາສາດຊາວການາດາ ແລະສະຫະລັດ ອາເມຣິກາ ຈາກຜົນງານການຄົ້ນພົບແລະປະດິດສ້າງພື້ນຖານທີ່ເຮັດໃຫ້ເຄືອຂ່າຍປະສາດທຽມ ສາມາດຮຽນຮູ້ສິ່ງຕ່າງໆຫຼືMachine Learning.
Machine LearningເປັນກະແຈສຳຄັນສໍາລັບລະບົບAI. ເນື່ອງຈາກວ່າໄດ້ພັດທະນາວິທີໃຫ້ຄອມພິວເຕີສາມາດຝຶກຝົນຕົນເອງເພື່ອຜະລິດຂໍ້ມູນ ຊຶ່ງກຳລັງຖືກນໍາໃຊ້ໃນຫຼາຍເຕັກໂນໂລຊີທີ່ພວກເຮົານໍາໃຊ້ໃນປັດຈຸບັນນີ້ ຕັ້ງແຕ່ການຫາຂໍ້ມູນໃນອິນເຕີເນັດຈົນເຖິງການຕົບແຕ່ງຮູບພາບໃນໂທລະສັບມືຖື
ທ່ານ ສາດສະດາຈານ ເຈບຟຣີ ຮິນຕັນ ຊາວການາດາເຊື້ອສາຍອັງກິດ ຊຶ່ງບາງຄັ້ງຖືກເອີ້ນວ່າ: "ເຈົ້າພໍ່ຂອງ AI" ຍອມຮັບວ່າຕົນເອງແປກໃຈຫຼາຍທີ່ໄດ້ຮັບລາງວັນ ແລະ ບໍ່ມີຄິດວ່າເລື່ອງນີ້ຈະເກີດຂຶ້ນ.
ປັດຈຸບັນ, ທ່ານສາດສະດາຈານຈອນ ຮັອບຟິລ ອາຍຸ 91 ປີ, ເປັນສາດສະດາຈານຂອງມະຫາວິທະຍາໄລພຣິນຕັນ ໃນສະຫະລັດ ອາເມຣິກາ ແລະ ທ່ານສາດສະດາຈານ ເຈບຟຣີ ຮິນຕັນອາຍຸ 76 ປີ, ເປັນສາດສະດາຈານທີ່ມະຫາວິທະຍາໄລໂຕຣອນໂຕ ປະເທດການາດ