ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ຕຸລາ ຜ່ານມາວ່າ: ບົດລາຍງານຄວາມຄືບໜ້າທາງດ້ານເສດຖະກິດອາຊີຕາເວັນອອກ ແລະ ປາຊີຟິກ ຂອງທະນາຄານໂລກໄດ້ເປີດເຜີຍການປັບຫຼຸດການຄາດຄະເນການຂະຫຍາຍຕົວທາງດ້ານເສດຖະກິດປີ 2024 ຂອງກຳປູເຈຍ ຈາກ 5.8% ທີ່ຄາດຄະເນໄວ້ໃນເດືອນເມສາ ເຫຼືອ5.3%.
ທະນາຄານໂລກລະບຸວ່າ:ໃນປີ 2024 ການສົ່ງອອກສິນຄ້າຂອງກຳປູເຈຍຂະຫຍາຍຕົວໃນທາງບວກ, ຂະນະທີ່ຈຳນວນນັກທ່ອງທ່ຽວກັບມາເທົ່າກັບໄລຍະກ່ອນການແຜ່ລະບາດຂອງພະຍາດ.ສ່ວນກິດຈະກຳການກໍ່ສ້າງແລະອະສັງຫາລິມະຊັບຍັງງຽບເຫງົາ.
ເສດຖະກິດຂອງກຳປູເຈຍສ່ວນຫຼາຍແມ່ນອາໄສການສົ່ງອອກເສື້ອຜ້າ, ການທ່ອງທ່ຽວ, ກະສິກໍາ, ລວມເຖິງການກໍ່ສ້າງແລະອະສັງຫາລິມະຊັບ. ໂດຍກຳປູເຈຍກຳລັງປະສົບກັບການຂະຫຍາຍຕົວດ້ານສິນເຊື່ອທີ່ຊ້າລົງ ແລະຄຸນນະພາບຊັບສິນຫຼຸດລົງ ຊຶ່ງສ່ວນຫຼາຍແມ່ນກ່ຽວຂ້ອງກັບຂະແໜງອະສັງຫາລິມະສັບ.
ອັດຕາສ່ວນຂອງເງິນກູ້ຢືມທີ່ບໍ່ປະຕິບັດ (NPLs) ສູງແບບບໍ່ເຄີຍມີມາກ່ອນເຖິງ 5.3% ໃນປີ 2023, ເພີ່ມຂຶ້ນຈາກ 1.9% ໃນປີ 2021, ໂດຍການເພີ່ມຂຶ້ນນີ້ມີປັດໄຈມາຈາກການຍົກເລີກມາດຕະການທີ່ກ່ຽວຂ້ອງກັບໂຣກລະບາດ. ອັດຕາດອກເບ້ຍທີ່ສູງຂຶ້ນ, ລະດັບໜີ້ສິນສູງ ແລະການຟື້ນຕົວທາງເສດຖະກິດທີ່ຊ້າລົງ.
ນອກຈາກນັ້ນ, ການຂະຫຍາຍຕົວຂອງສິນເຊື່ອຍັງຊ້າລົງ3.9% ໃນປີ 2023 ຊຶ່ງຖືເປັນລະດັບຕໍ່າທີ່ສຸດໃນຮອບສອງທົດສະວັດ. ໂດຍມີການລວມກັນຂອງເງິນກູ້ຢືມສູງທີ່ກ່ຽວກັບອະສັງຫາລິມະຊັບ ກວມເອົາ 32.5% ຂອງວົງເງິນກູ້ຢືມຂອງຂະແໜງການທະນາຄານ
ທ່ານ ໂຮ ອີ ຄໍຫົວໜ້ານັກເສດຖະສາດ ປະຈຳຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 ກ່າວວ່າ: ຂະແໜງການກໍ່ສ້າງອາດຈະປະສົບກັບການຟື້ນຕົວທີ່ຊ້າລົງແລະການຂະຫຍາຍຕົວທີ່ຕໍ່າກວ່າລະດັບກ່ອນການລະບາດໃຫຍ່. ເນື່ອງຈາກທ່າອ່ຽງຂາລົງອັນຍືດເຍື້ອໃນຂະແໜງອະສັງຫາລິມະຊັບ. ແຕ່ການກະຕຸ້ນການລົງທຶນໃນພື້ນຖານໂຄງລ່າງຈະຊ່ວຍຊົດເຊີຍຈຸດອ່ອນໃນຂະແໜງອະສັງຫາລິມະສັບໄດ້ບາງສ່ວນ.